
ຜົນການແຂ່ງຂັນກິລາຕີຄີ ຝ່າຍປະຊາຊົນເອົາຊະນະຝ່າຍພະນັກງານທີ່ 9-8 ປະຕູ ໃນງານບຸນພະທາດຫຼວງ ປີ 2026
ການແຂ່ງຂັນກິລາຕີຄີ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 24 ພະຈິກນີ້, ທີ່ບໍລິເວນເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ລະຫວ່າງຝ່າຍປະຊາຊົນ ແລະ ຝ່າຍພະນັກງານ-ລັດຖະກອນ ໂດຍມີທ່ານ ໂພຄໍາ ໄຊຍະສອນ ຮອງປະທານຄະນະກໍາມະການປົກຄອງ ນວ, ທ່ານ ນາງ ວິໄລວອນ …










