ວັນສຸກ ທີ 13 ພະຈິກ 2026ອັບເດດລ່າສຸດ 10:19ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອົດສະຕຣາລີ ເຂັ້ມງວດບໍລິສັດ ພັດທະນາເອໄອ ກຽມອອກກົດລະບຽບ ຄວາມປອດໄພແບບບັງຄັບ

ໂດຍ Mahaxan
· 21 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ອົດສະຕຣາລີ ເຂັ້ມງວດບໍລິສັດ ພັດທະນາເອໄອ ກຽມອອກກົດລະບຽບ ຄວາມປອດໄພແບບບັງຄັບ
ADadvertisement
ADadvertisement
ADadvertisement
ອົດສະຕຣາລີ ເຂັ້ມງວດບໍລິສັດ ພັດທະນາເອໄອ ກຽມອອກກົດລະບຽບ ຄວາມປອດໄພແບບບັງຄັບ

ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ແອນໂທນີ ອານບາເນຊີ (Anthony Albanese) ນາຍົກ ລັດຖະມົນຕີ ອົດສະຕຣາລີ ເປີດເຜີຍວ່າ:ລັດຖະບານ ອົດສະຕຣາລີ ພວມ ກຽມອອກມາດຕະການ ຄູ້ມຄອງບໍລິສັດພັດທະນາ ແລະ ໃຫ້ບໍລິການ ປັນຍາປະດິດ (AI) ຕ້ອງປະຕິບັດຕາມ ພ້ອມທັງ ຈັດຕັ້ງໜ່ວຍງານ ສະເພາະເພື່ອບັງຄັບໃຊ້ ມາດຕະການດັ່ງກ່າວ.

ໂດຍ ລັດຖະບານ ອົດສະຕຣາລີ  ຈະຈັດຕັ້ງໜ່ວຍງານ ຄຸ້ມຄອງພາຍໃຕ້ ກົດໝາຍ ສະບັບໃໝ່ ເພື່ອກຳນົດມາດຕະຖານ ຄວາມປອດໄພ ແລະ ຄວາມໝັ້ນຄົງ ຢ່າງເຂັ້ມງວດ ສຳລັບ ບັນດາບໍລິສັດເອໄອຊັ້ນແນວໜ້າ ທຸກແຫ່ງ ທີ່ດຳເນີນງານ ໃນອົດສະຕຣາລີ.

ພາຍໃຕ້ ຂໍ້ກຳນົດໃໝ່, ບໍລິສັດເອໄອຈະຕ້ອງເປີດໂອກາດ ໃຫ້ໜ່ວຍງານ ອິດສະຫລະ ເຂົ້າປະເມີນໂມເດວເອໄອຂອງ ຕົນເອງ ພ້ອມທັງ ດຳເນີນ ມາດຕະການ ຮັກສາ ຄວາມປອດໄພ ຕະຫລອດ ຂະບວນການ ນັບຕັ້ງແຕ່ ການພັດທະນາ ຈົນເຖິງການນຳ ໄປໃຊ້ງານຕົວຈິງ, ລວມທັງ ຕ້ອງລາຍງານ ເຫດການ ດ້ານຄວາມປອດໄພ ທີ່ເກີດຂຶ້ນຕໍ່ລັດຖະບານ ໂດຍໄວ ຕາມຂໍ້ກຳນົດ.ຖ້າຫາກບໍລິສັດໃດ ບໍ່ປະຕິບັດຕາມ ອາດຈະຖືກ ໜ່ວຍງານ ຄຸ້ມຄອງ ລົງໂທດຢ່າງໜັກ./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນສຸກ 13 ພະຈິກ 2026 · ຂຶ້ນ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່