ວັນສຸກ ທີ 13 ພະຈິກ 2026ອັບເດດລ່າສຸດ 10:19ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ຫລີຊຽງ ຈະເດີນທາງ ຢ້ຽມຢາມໄທ-ເຂົ້າຮ່ວມ ກອງປະຊຸມ ສຸດຍອດຈີນ-ອາຊຽນ ຄັ້ງທີ29

ໂດຍ Mahaxan
· 19 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ທ່ານ ຫລີຊຽງ ຈະເດີນທາງ ຢ້ຽມຢາມໄທ-ເຂົ້າຮ່ວມ ກອງປະຊຸມ ສຸດຍອດຈີນ-ອາຊຽນ ຄັ້ງທີ29
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 11 ພະຈິກນີ້, ໂຄສົກກະຊວງການຕ່າງປະເທດຈີນ ໄດ້​ປະ​ກາດວ່າ:​ໂດຍ​ຕອບ​ສະ​ໜອງ ຕາມການເຊື້ອເຊີນຂອງ ທ່ານ ອະນຸ​ທິນ ຊານ​ວີ​ຣະ​ກູນນາຍົກລັດຖະມົນຕີໄທ, ທ່ານ ຫລີ​ຊຽງ ນາຍົກລັດຖະມົນຕີຈີນ ຈະ​ເດີນ​ທາງ ຢ້ຽມຢາມ ປະເທດໄທ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 13-15 ພະຈິກນີ້. ຫລັງ​ຈາກ​ນັ້ນ, ໂດຍ​ຕອບ​ສະ​ໜອງ ຕາມການ ເຊື້ອເຊີນຂອງ ທ່ານ ເຟີດິນັນມາ​ຄອດ​ຈູ​ເນຍ ປະທານາທິບໍດີ ຟິລິບປິນ ເຊິ່ງເປັນປະເທດ ປະທານໝູນວຽນ ອາຊຽນ, ທ່ານຫລີຊຽງ ນາຍົກ ລັດຖະມົນຕີຈີນຈະເດີນທາງໄປນະຄອນຫລວງ ມະນິລາ ປະເທດ ຟີລິບປິນ​ ໃນ​ລະ​ຫວ່າງ ວັນ​ທີ 15-16 ພະ​ຈິກ​ນີ້ ເພື່ອເຂົ້າຮ່ວມ ກອງປະຊຸມ​ສຸດຍອດຈີນ-ອາ​ຊຽນ ຄັ້ງທີ 29./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນສຸກ 13 ພະຈິກ 2026 · ຂຶ້ນ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່