ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຕືອນໄພຊາວບ້ານ! ໂຈນໃຈບາບລັກຂ້າງົວປະຊາຊົນຢູ່ເມືອງໂພນໂຮງ ແລ່ເອົາແຕ່ຊີ້ນ ຈົ່ງໄວ້ແຕ່ຫົວກັບໂຄງກະດູກ

ໂດຍ kaling
· 5 ມື້ ກ່ອນອ່ານ 1 ນາທີ9 ຄັ້ງ
ເຕືອນໄພຊາວບ້ານ! ໂຈນໃຈບາບລັກຂ້າງົວປະຊາຊົນຢູ່ເມືອງໂພນໂຮງ ແລ່ເອົາແຕ່ຊີ້ນ ຈົ່ງໄວ້ແຕ່ຫົວກັບໂຄງກະດູກ
ADadvertisement
ADadvertisement
ADadvertisement

ໃນຕອນກາງຄືນຂອງວັນທີ 13 ພະຈິກ 2026 ຜ່ານມາ, ໄດ້ເກີດເຫດການຄົນຮ້າຍລັກລອບຂ້າງົວຂອງປະຊາຊົນ ຢູ່ເຂດບ້ານຫ້ວຍປຸ່ງ ເມືອງໂພນໂຮງ ແຂວງວຽງຈັນ ໂດຍກຸ່ມຄົນຮ້າຍໄດ້ລົງມືຂ້າ ແລະ ແລ່ເອົາແຕ່ຊີ້ນງົວໜີໄປ ປະຖິ້ມໄວ້ພຽງແຕ່ສ່ວນຫົວ ແລະ ໂຄງກະດູກຢູ່ບ່ອນເກີດເຫດ.

ປັດຈຸບັນ ຜູ້ກໍ່ເຫດຍັງຄົງລອຍນວນ ແລະ ຢູ່ລະຫວ່າງການຕິດຕາມຕົວມາດຳເນີນຄະດີ. ດັ່ງນັ້ນ, ຈຶ່ງຂໍຝາກແຈ້ງເຕືອນໄປຍັງພໍ່ແມ່ພີ່ນ້ອງປະຊາຊົນ ໂດຍສະເພາະຜູ້ທີ່ລ້ຽງງົວ-ຄວາຍ ແລະ ສັດລ້ຽງຕ່າງໆ ໃຫ້ເພີ່ມທະວີຄວາມລະມັດລະວັງ ເປັນຫູເປັນຕາຊ່ວຍກັນ ແລະ ໝັ່ນກວດກາຄອກສັດຂອງຕົນເອງຢ່າງໃກ້ຊິດ ເພື່ອປ້ອງກັນບໍ່ໃຫ້ເກີດເຫດການສູນເສຍຊັບສິນໃນລັກສະນະນີ້ຂຶ້ນອີກ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່