ວັນຈັນ ທີ 2 ພະຈິກ 2026ອັບເດດລ່າສຸດ 15:47ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ
ລ່າສຸດ15:47ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ເນັ້ນແກ້ໄຂບັນຫາຮອບດ້ານ ພັດທະນາເສດຖະກິດ ປາບປາມອາຊະຍາກຳ ແລະ ຍົກລະດັບຊີວິດປະຊາຊົນ.

U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

ໂດຍ Jenjilaອັບເດດ
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
864383048_1822966845392326_876470959454538255_n
ADadvertisement
ADadvertisement
ADadvertisement

ການແຂ່ງຂັນບານເຕະເຍົາວະຊົນນານາຊາດ SingaCup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ທີ່ປະເທດສິງກະໂປ ສະໂມສອນ ເບສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ຈາກ ສປປ ລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຄອງແຊັມໄດ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ພາຍຫຼັງນັດຊີງຊະນະເລີດເອົາຊະນະ ສະໂມສອນ BESM Woodleigh FC ຈາກສິງກະໂປ ເຈົ້າພາບ 7-1.

ສໍາລັບຜົນງານໃນຮອບແບ່ງກຸ່ມ ສະໂມສອນ ເບສະຫວັນ ລົງສະໜາມໃນຮອບຄັດເລືອກ 3 ນັດ ຊະນະ 2 ສະເໝີ 1 ມີ 7 ຄະແນນ ໄດ້ທີ 1 ຂອງກຸ່ມ F ໂດຍນັດທຳອິດ ເບສະຫວັນ ຊະນະ Sunstrikers FC ຈາກຟີລິບປິນ 6-0, ນັດທີ 2 ເບສະຫວັນ ສະເໝີກັບ Fortaleza Juniors ຈາກສິງກະໂປ ເຈົ້າພາບ 0-0, ນັດທີ 3 ເບສະຫວັນ ຊະນະ Fluxnesia Soccer Academy ຈາກອິນໂດເນເຊຍ 9-0, ຮອບເພອັອຟ ເບ ສະຫວັນ ຊະນະ Neeb K Sports Academy ຈາກອິນເດຍ 3-0.

ສ່ວນຮອບ 16 ທີມສຸດທ້າຍ ເບ ສະຫວັນ ຊະນະ Dallaz Kids FC ຈາກມາເລເຊຍ 7-0,ຮອບ 8 ທີມສຸດທ້າຍ ເບ ສະຫວັນ ຊະນະ TSSX ຈາກມາເລເຊຍ 7-1, ຮອບ 4 ທີມສຸດທ້າຍ ເບສະຫວັນ ຊະນະ MMM ຈາກສິງກະໂປ ເຈົ້າພາບ 5-0. ສະໂມສອນ ເບ ສະຫວັນ ເອັຟຊີ (BAY SAVANH FC) ເປັນໜຶ່ງດຽວຈາກລາວ ທີ່ເຂົ້າຮ່ວມແຂ່ງຂັນ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ໂດຍມີ 36 ທີມ ແບ່ງອອກເປັນ 8 ກຸ່ມ.

(ແຫຼ່ງຂ່າວ: ວຽງຈັນໃໝ່)

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດກິລາ
ມື້ນີ້ · ຂໍ້ມູນສົດ ວັນຈັນ 2 ພະຈິກ 2026 · ແຮມ 7 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່