ວັນພະຫັດ ທີ 5 ພະຈິກ 2026ອັບເດດລ່າສຸດ 11:25ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ເນັ້ນເອົາໃຈໃສ່ຮັກສາຄວາມສະ​ຫງົບ ປະຕິບັດຕາມລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ

ໂດຍ Jenjila
· 26 ນາທີ ກ່ອນອ່ານ 2 ນາທີ2 ຄັ້ງ
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ເນັ້ນເອົາໃຈໃສ່ຮັກສາຄວາມສະ​ຫງົບ ປະຕິບັດຕາມລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ
ADadvertisement
ADadvertisement
ADadvertisement

ວັນທີ 4 ພະຈິກ 2026, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຄະນະກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ທີ່ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໂດຍໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ, ປະທານສະພາບໍລິຫານ, ຮອງຜູ້ອຳນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ເນັ້ນເອົາໃຈໃສ່ຮັກສາຄວາມສະ​ຫງົບ ປະຕິບັດຕາມລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ

ຈາກນັ້ນ, ຄະນະຜູ້ບໍລິຫານບໍລິສັດ ໄດ້ລາຍງານຄວາມຄືບໜ້າຂອງການດຳເນີນກິດຈະການຂຸດຄົ້ນແຮ່ທາດ, ການປົກປັກຮັກສາສະພາບສິ່ງແວດລ້ອມ, ການປະກອບສ່ວນພັດທະນາເສດຖະກິດ-ສັງ ຄົມໃນທ້ອງຖິ່ນ ລວມທັງການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນເຂດອ້ອມຂ້າງໂຄງການ.

ໂອກາດນີ້, ທ່ານ ພົນເອກ ຄຳລຽງ ອຸທະໄກ​ສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງບໍລິສັດ​ ຍາດມາໄດ້ໃນໄລຍະຜ່ານມາ,​ ພ້ອມທັງເນັ້ນໃຫ້ຄະນະບໍລິຫານ ແລະ ພາກ​ສ່ວນກ່ຽວຂ້ອງ ເອົາໃຈໃສ່ຮັກສາຄວາມສະ​ຫງົບ, ປະຕິບັດຕາມລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ເຄົາລົບ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ. ພ້ອມນັ້ນ, ໃຫ້ສຸມໃສ່ຈັດຕັ້ງປະຕິບັດແຜນ ການຜະລິດ ແລະ ວຽກງານຕ່າງໆ ໃຫ້ບັນລຸຕາມຄາດໝາຍ, ເອົາໃຈໃສ່ຝຶກອົບຮົມດ້ານເຕັກນິກວິຊາ ການໃຫ້ແກ່ພະນັກງານລາວ ເພື່ອຍົກສູງຄວາມຮູ້ ແລະ ທັກສະວິຊາ ຊີບ.​ ພ້ອມທັງໄດ້ເນັ້ນໃຫ້ບໍລິ ສັດ ສືບຕໍ່ປະສານສົມທົບກັບອຳນາດການປົກຄອງແຂວງ,​ ເມືອງ ໃນການຊ່ວຍເຫຼືອ ແລະ ພັດທະ ນາພື້ນຖານໂຄງລ່າງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດໂຄງການ ໃຫ້ດີຂຶ້ນ.

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ເນັ້ນເອົາໃຈໃສ່ຮັກສາຄວາມສະ​ຫງົບ ປະຕິບັດຕາມລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ · ຮູບທີ 2

ພາຍຫຼັງການພົບປະລາຍງານ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຢ້ຽມຊົມສະຖານທີ່ຂຸດຄົ້ນ, ໂຮງງານແປຮູບ ແລະ ເຂດດຳເນີນງານຕົວຈິງຂອງບໍລິສັດ ເພື່ອຮັບຊາບສະພາບການດຳເນີນງານຕົວຈິງ.

ຂ່າວ: ວິໄລສັກ ແກ້ວຫຼວງໂຄດ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 5 ພະຈິກ 2026 · ແຮມ 10 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່