
ລອດປາຕິຫານ! ເດັກນ້ອຍອາຍຸພຽງ 11 ເດືອນ ຖືກຝັງທັງເປັນ ດົນເຖິງ 24 ຊົ່ວໂມງ ກ່ອນເຈົ້າໜ້າທີ່ເຂົ້າຊ່ວຍເຫຼືອໄດ້ທັນ ຂະນະຜູ້ເປັນພໍ່ຖືກຕັ້ງຂໍ້ຫາພະຍາຍາມຄາດຕະກຳ!

ເກີດເຫດສະເທືອນຂວັນຢູ່ລັດເຊົາແຄໂຣໄລນາ ສະຫະລັດອາເມລິກາ ເມື່ອເດັກຊາຍອາຍຸໄດ້ 11 ເດືອນ ຖືກຜູ້ເປັນພໍ່ນຳໃສ່ກ່ອງ ແລະ ຝັງໄວ້ໃຕ້ດິນ ເປັນເວລາປະມານ 24 ຊົ່ວໂມງ ກ່ອນທີ່ເຈົ້າໜ້າທີ່ຈະຄົ້ນພົບ ແລະ ຊ່ວຍຊີວິດອອກມາໄດ້ທັນເວລາ.

ຕາມລາຍງານຂອງຕຳຫຼວດເຂດເລັກຊິງຕັນ ເຄົາຕີ (Lexington County) ລະບຸວ່າ ເດັກຊາຍຊື່ ໂຄອາ ຊາຣບ໌ (Koah Sharpe) ຫາຍຕົວໄປຕັ້ງແຕ່ວັນຈັນ ຫຼັງຈາກຖືກພໍ່ຂອງຕົນ ທ້າວ ໄມເຄິລ ໂຄເມີ (Michael Comer) ອາຍຸ 25 ປີ ພາອອກຈາກເຮືອນແມ່. ຕໍ່ມາ ຜູ້ເປັນພໍ່ຖືກຈັບໃນຂໍ້ຫາບຸກລຸກ ແຕ່ບໍ່ພົບເດັກຢູ່ນຳ ເຮັດໃຫ້ຕຳຫຼວດຕ້ອງລະດົມກຳລັງຄົ້ນຫາຢ່າງຮີບດ່ວນ.
ການຄົ້ນຫາມີຕຳຫຼວດ ແລະ ເຈົ້າໜ້າທີ່ດັບເພີງປະມານ 100 ຄົນເຂົ້າຮ່ວມ. ຈົນກະທັ່ງທີມກູ້ໄພພົບຮ່ອງຮອຍດິນທີ່ຖືກຂຸດໃໝ່ໃນປ່າໃກ້ເຮືອນຂອງຜູ້ເປັນພໍ່ ເມື່ອຂຸດລົງໄປກໍໄດ້ຍິນສຽງເດັກຮ້ອງໄຫ້ ກ່ອນຈະພົບວ່າເດັກຍັງມີຊີວິດຢູ່.
ທ້າວ ເຈ ຄູນ (Jay Koon) ຕຳຫຼວດເຂດເລັກຊິງຕັນ ເຄົາຕີ ເປີດເຜີຍວ່າ ກ່ອງທີ່ໃຊ້ບັນຈຸເດັກເປັນກ່ອງສຳລັບໃສ່ໝາ ແລະ ຖືກຫໍ່ດ້ວຍຜ້າຂົນໜູ ເຊິ່ງອາດເປັນປັດໄຈທີ່ຊ່ວຍໃຫ້ເດັກຍັງມີອາກາດຫາຍໃຈໄດ້. ຂະນະທີ່ສະພາບອາກາດໜາວເຢັນກໍອາດຊ່ວຍຫຼຸດຄວາມຮ້ອນພາຍໃນກ່ອງ.

ປັດຈຸບັນ ເດັກຊາຍກຳລັງຮັບການຮັກສາຢູ່ໂຮງໝໍ ໂດຍເຈົ້າໜ້າທີ່ຫວັງວ່າຈະຟື້ນຕົວໄດ້ຢ່າງສົມບູນ. ສ່ວນຜູ້ເປັນພໍ່ ມີປະຫວັດເຄີຍຮັບສາລະພາບຜິດໃນຄະດີຄວາມຮຸນແຮງພາຍໃນຄອບຄົວ ຕາມບັນທຶກຂອງສານ.
ຂະນະດຽວກັນ ນາງ ແພັດທຣິເຊຍ ໂຄເມີ (Patricia Comer) ແມ່ຂອງຜູ້ຖືກກ່າວຫາ ໃຫ້ສຳພາດກັບ NBC News ວ່າ ຕົນບໍ່ເຄີຍຄາດຄິດວ່າລູກຊາຍຈະກໍ່ເຫດຮ້າຍແຮງແບບນີ້ ໂດຍລະບຸວ່າ ກ່ອນໜ້ານີ້ລູກຊາຍເຄີຍຊ່ວຍດູແລຫຼານຕາມລຳພັງ ແລະ ບໍ່ເຄີຍມີບັນຫາໃດໆ.
ທັງນີ້ ຕຳຫຼວດຍັງຢູ່ໃນຂັ້ນຕອນພິຈາລະນາຂໍ້ຫາເພີ່ມເຕີມຕໍ່ຜູ້ເປັນພໍ່.
ນາງ ແພັດທຣິເຊຍ ໂຄເມີ (Patricia Comer) ຜູ້ເປັນແມ່ຂອງທ້າວ ໄມເຄິລ ໂຄເມີ ຜູ້ຖືກກ່າວຫາໃນຄະດີນຳລູກນ້ອຍອາຍຸ 11 ເດືອນໄປຝັງທັງເປັນ ໄດ້ໃຫ້ສຳພາດກັບສຳນັກຂ່າວວ່າ ຕົນຮູ້ສຶກຄາດບໍ່ເຖິງວ່າລູກຊາຍຈະກໍ່ເຫດຮ້າຍແຮງເຊັ່ນນີ້.
ທີ່ມາ: AP
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







