
ສະເທືອນຂວັນ! ພົບສົບເພດຊາຍຖືກຄາດຕະກຳຍັດໃສ່ຖົງດຳ ຖິ້ມໄວ້ຫຼັງຫ້ອງນ້ຳ ຢູ່ສາມຫຼ່ຽມຄຳ ແຂວງບໍ່ແກ້ວ"
K
ໂດຍ kaling
· 6 ມື້ ກ່ອນອ່ານ 1 ນາທີ22 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:02

ໃນວັນທີ 15 ພະຈິກ 2026 ທີ່ຜ່ານມາ ໄດ້ມີການພົບເຫັນສົບຂອງຜູ້ເສຍຊີວິດເພດຊາຍ ໃນສະພາບຖືກຄາດຕະກຳ ແລະ ຖືກນຳມາຍັດໃສ່ຖົງດຳປະຖິ້ມໄວ້ຢູ່ບໍລິເວນດ້ານຫຼັງຫ້ອງນ້ຳ ພາຍໃນເຂດສາມຫຼ່ຽມຄຳ ແຂວງບໍ່ແກ້ວ.
ຈາກການກວດກາໃນເບື້ອງຕົ້ນ ຍັງບໍ່ທັນຊາບຂໍ້ມູນສ່ວນຕົວຂອງຜູ້ເສຍຊີວິດວ່າເປັນຄົນມາຈາກເມືອງໃດ ຫຼື ແຂວງໃດ. ປັດຈຸບັນ ທາງເຈົ້າໜ້າທີ່ຕຳຫຼວດທີ່ກ່ຽວຂ້ອງກຳລັງລົງພື້ນທີ່ເພື່ອເກັບກຳຫຼັກຖານ, ຊັນນະສູດພິກສົບ ແລະ ດຳເນີນການສືບສວນ-ສອບສວນຢ່າງລະອຽດ ເພື່ອລະບຸຕົວຕົນຂອງຜູ້ເສຍຊີວິດ ພ້ອມທັງຕິດຕາມຫາຕົວຜູ້ກໍ່ເຫດມາດຳເນີນຄະດີຕາມກົດໝາຍ.
ສຳລັບຄວາມຄືບໜ້າ ແລະ ລາຍລະອຽດເພີ່ມເຕີມຂອງຄະດີດັ່ງກ່າວ ທາງທີມງານຈະນຳມາລາຍງານໃຫ້ຊາບຕື່ມໃນພາຍຫຼັງ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 39 ຄັ້ງຖືກໃຈ 22 ຄັ້ງ
mahaxan.com/26378
‹ ກັບໄປໝວດເຫດການ
ອ່ານຕໍ່







