
ຂ່າວດີຕ້ອນຮັບບຸນທາດຫລວງ! ຈະມີບໍລິການລົດເມ (ຟຣີ) ໄປທ່ຽວງານບຸນທາດຫຼວງ ດ້ວຍ 9 ເສັ້ນທາງ ເລີ່ມວັນທີ 20 - 24 ພະຈິກ 2026

ເລີ່ມໃຫ້ບໍລິການລົດເມຟຮີ 9 ສາຍທາງແຕ່ວັນທີ 20 – 24/11/2026 ເວລາ ບໍລິການຟຮີເລີ່ມ 17:00 PM – 24:00 PM ລາຍລະອຽດດັ່ງລຸ່ມນີ້:
ໃນວັນທີ 11 ພະຈິກ 2026 ຜ່ານມາ, ທ່ານ ບຸນຍະວັດ ນິລະໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບການກະກຽມຄວາມພ້ອມດ້ານການຂົນສົ່ງ ແລະ ການຈັດລະບຽບການສັນຈອນໃນງານບຸນນະມັດສະການພະທາດຫຼວງວຽງຈັນ ເຊິ່ງຈະຈັດຂຶ້ນຢ່າງເປັນທາງການ ລະຫວ່າງວັນທີ 20 – 24 ພະຈິກ 2026 ນີ້.
ເຊິ່ງ 9 ສາຍທາງມີດັ່ງນີ້:
1. ດົງໂດກ-ວົງວຽນ 450 ປີ (ອອກທຸກໆ 25 ນາທີ)
2. ສວນເຈົ້າຟ້າງຸ່ມ-ວົງວຽນ 450 ປີ (ອອກທຸກໆ 25 ນາທີ)
3. ນາຊາຍ-ສີເກີດ-ສີໄຄ-ຕະຫຼາດເຊົ້າ (ອອກທຸກໆ 40 ນາທີ)
4. ບ້ານຫ້ອມ-ຕະຫຼາດເຊົ້າ (ອອກທຸກໆ 40 ນາທີ)
5. ທ່າເດື່ອ-ຊຽງຄວນ-ຕະຫຼາດເຊົ້າ (ອອກທຸກໆ 40 ນາທີ)
6. ນາລ້ອງ-ໄອເຕັກ-ທາດຫຼວງ (ອອກທຸກໆ 50 ນາທີ)
7. ດົງຄຳຊ້າງ-ທາດຫຼວງ-ໄອເຕັກ (ອອກທຸກໆ 40 ນາທີ)
8. ວົງວຽນໜອງໄຮ-ໄອເຕັກ-ທາດຫຼວງ (ອອກທຸກໆ 30 ນາທີ)
9. ທ່າງ່ອນ-ວົງວຽນ 450 ປີ (ອອກທຸກໆ 35 ນາທີ)
ສອບຖາມຂໍ້ມູນ:
020 96834578 & 021 215 587
020 5988 0264
020 5164 0994

ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







