
ນັກຮຽນ 20 ຄົນ ທີ່ມີຜົນການຮຽນດີ-ທຸກຍາກ ແຂວງຜົ້ງສາລີ ໄດ້ຮັບທຶນການສຶກສາ ຈາກໂຄງການ “ມິດຕະພາບຢູນນານ-ລາວ”
ວັນທີ 2 ມິຖຸນາ ຜ່ານມານີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບທຶນການສຶກສາ ໃຫ້ແກ່ນັກຮຽນທີ່ມີຖານະຄອບຄົວທຸກຍາກ ແຕ່ມີຜົນການຮຽນດີເດັ່ນ ປະຈໍາສົກຮຽນ 2025-2026 ຈາກໂຄງການທຶນການສຶກສາມິດຕະພາບຢູນນານ-ລາວ …










