
ນຳຕົວອາວ ທົດສະກຳຄືນຄະດີຄາດຕະກຳຫຼານຊາຍ! ປົມເຫດນັ່ງດື່ມເຫຼົ້າຂາວແລ້ວຜິດຖຽງກັນຮຸນແຮງ ຢູ່ເມືອງທ່າແຂກ ແຂວງຄຳມ່ວນ
ເມື່ອວັນທີ 19 ພະຈິກ 2026 ທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ນຳຕົວ ທ້າວ ດ້າຍ ໄຊຍະວົງ ອາຍຸ 73 ປີ ລົງເຮັດແຜນທົດສະກຳຄືນປະກອບຄຳຮັບສາລະພາບ ໃນຄະດີຄາດຕະກຳ ທ້າວ ວົງໄຊ ໄຊຍະວົງ ອາຍຸ 45 ປີ (ເຊິ່ງມີສັກເປັນຫຼານຊາຍ) ຢ…









