ວັນສຸກ ທີ 27 ພະຈິກ 2026ອັບເດດລ່າສຸດ 21:49ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຊ້ອມຮົບຮ່ວມພາກສະໜາມຫລາຍພາກພື້ນ ພາຍໃຕ້ເວທີປຶກສາຫາລືພາກພື້ນອາຊຽນ ຄັ້ງທີ 3

ໂດຍ Jenjila
· 1 ເດືອນ ກ່ອນອ່ານ 4 ນາທີ12 ຄັ້ງ
ຊ້ອມຮົບຮ່ວມພາກສະໜາມຫລາຍພາກພື້ນ ພາຍໃຕ້ເວທີປຶກສາຫາລືພາກພື້ນອາຊຽນ ຄັ້ງທີ 3
ADadvertisement
ADadvertisement
ADadvertisement

ກົມໃຫຍ່ດັບເພີງ ແລະ ກູ້ໄພແຫ່ງຊາດຈີນ ຈັດສໍາມະນາ ແລະ ຊ້ອມຮົບຮ່ວມພາກສະໜາມຫລາຍພາກພື້ນ ພາຍໃຕ້ເວທີປຶກສາຫາລືພາກພື້ນອາຊຽນ ຄັ້ງທີ 3 ກ່ຽວກັບການຄົ້ນຫາ ແລະ ກູ້ໄພສຸກເສີນຕົວເມືອງ ໃນລະຫວ່າງວັນທີ 18-20 ກັນຍາ 2026 ຜ່ານມາ ຢູ່ໜານນິງ, ເຂດປົກຄອງຕົນເອງ ກວາງຊີ ສປ ຈີນ ໂດຍຖືເປັນບົດຊ້ອມຮົບດ້ານການກູ້ໄພ ແລະ ຄວາມປອດໄພ ມົນທົນ/ພາກພື້ນ ແບບພະຫຸພາຄີ ທີ່ສໍາຄັນ ພາຍໃຕ້ໂຄງຮ່າງເວທີປຶກສາຫາລືພາກພື້ນອາຊຽນ ໂດຍມີເຈົ້າໜ້າທີ່ກູ້ໄພຫລາຍກວ່າ 300 ຄົນ ຈາກ 21 ທີມກູ້ໄພ ຂອງ ສປ ຈີນ, ຣັດເຊຍ ແລະ ບັນດາປະເທດສະມາຊິກອາຊຽນ. ໃນນັ້ນ, ລວມທັງ ສປປ ລາວ ກໍໄດ້ເຂົ້າຮ່ວມ. ໂດຍຜ່ານການແລກປ່ຽນທາງດ້ານເຕັກນິກ ແລະ ການຊ້ອມຮົບພາກສະໜາມ, ງານຄັ້ງນີ້ກາຍເປັນເວທີສາກົນ ໃຫ້ແກ່ກໍາລັງກູ້ໄພໃນພາກພື້ນ ໄດ້ຮຽນຮູ້ຮ່ວມກັນ ຊຶ່ງເປັນການສົ່ງເສີມການຮ່ວມມືຕົວຈິງ ລະຫວ່າງ ຈີນ-ອາຊຽນ ໃນດ້ານການກຽມພ້ອມຮັບມືກັບໄພພິບັດ ແລະ ການກູ້ໄພສຸກເສີນ ໃຫ້ກ້າວສູ່ລວງເລິກຂຶ້ນຕື່ມ.

ຊ້ອມຮົບຮ່ວມພາກສະໜາມຫລາຍພາກພື້ນ ພາຍໃຕ້ເວທີປຶກສາຫາລືພາກພື້ນອາຊຽນ ຄັ້ງທີ 3

ທ່າມກາງສະພາບການເກີດແຜ່ນດິນໄຫວ ແລະ ນໍ້າຖ້ວມ ເລື້ອຍໆໃນພາກພື້ນ ອາຊີ-ປາຊີຟິກ, ພ້ອມທັງຄວາມສ່ຽງຈາກໄພພິບັດທີ່ເກີດຂຶ້ນຕໍ່ເນື່ອງ ແລະ ໄພພິບັດຂ້າມແດນ, ການຊ້ອມຮົບຄັ້ງນີ້ໄດ້ຈໍາລອງເຫດການແຜ່ນດິນໄຫວ ຄວາມແຮງ 7.8 ຣິກເຕີ ຢູ່ຕ່າງປະເທດ. ເຫດແຜ່ນດິນໄຫວດັ່ງກ່າວ ໄດ້ເຮັດໃຫ້ອາຄານພັງທະລາຍ, ເກີດອຸບັດເຫດທາງຈະລາຈອນ ແລະ ກໍ່ໃຫ້ເກີດໄພພິບັດຂັ້ນສອງຕາມມາ ເປັນຕົ້ນ ໄພນໍ້າຖ້ວມ, ນໍ້າຂັງໃນຕົວເມືອງ, ມີຄົນຕິດຄ້າງຢູ່ເຂດຫ່າງໄກ ແລະ ຍານພາຫະນະຖືກນໍ້າໄຫລຊຸ ຊຶ່ງໄດ້ຊຸກດັນໃຫ້ປະເທດທີ່ປະສົບໄພ ຮ້ອງຂໍຄວາມຊ່ວຍເຫລືອດ້ານມະນຸດສະທໍາ ຈາກປະຊາຄົມໂລກ.

ຊ້ອມຮົບຮ່ວມພາກສະໜາມຫລາຍພາກພື້ນ ພາຍໃຕ້ເວທີປຶກສາຫາລືພາກພື້ນອາຊຽນ ຄັ້ງທີ 3 · ຮູບທີ 2

ການຊ້ອມຮົບພາກປະຕິບັດຕົວຈິງ ປະກອບມີ: ການເຈາະທະລຸຊາກຫັກພັງ, ການກູ້ໄພໃນພື້ນທີ່ແຄບ, ການກູ້ໄພໃນເຂດພູດອຍ, ການຕອບສະໜອງອຸບັດຕິເຫດທາງຈະລາຈອນ, ການຄົ້ນຫາ ແລະ ກູ້ໄພໂດຍໃຊ້ເຮືອ ແລະ ການຍົກຍ້າຍປະຊາຊົນທີ່ຕິດຄ້າງໃນເຂດຫ່າງໄກ. ນອກຈາກນີ້, ຍັງໄດ້ມີການນໍາໃຊ້ອຸປະກອນກູ້ໄພອັດສະລິຍະ ເຊັ່ນ: ຫຸ່ນຍົນພື້ນນໍ້າ, ຫຸ່ນຍົນດັບເພີງສີ່ຂາ ແລະ ໂດຣນອະເນກປະສົງຂະໜາດໃຫຍ່ ໂດຍການປະສານສົມທົບອຸປະກອນອັດສະລິຍະ ເຂົ້າກັບວິທີການກູ້ໄພແບບດັ້ງເດີມ. ການຊ້ອມຮົບຄັ້ງນີ້, ໄດ້ຈໍາລອງສະພາບຄວາມຫຍຸ້ງຍາກຂອງໄພພິບັດໃຫຍ່ ຫລາຍພາກພື້ນ ໃຫ້ໃກ້ຄຽງກັບຄວາມເປັນຈິງຫລາຍທີ່ສຸດ.

ADadvertisement
ADadvertisement
ADadvertisement
ຊ້ອມຮົບຮ່ວມພາກສະໜາມຫລາຍພາກພື້ນ ພາຍໃຕ້ເວທີປຶກສາຫາລືພາກພື້ນອາຊຽນ ຄັ້ງທີ 3 · ຮູບທີ 3

ການຊ້ອມຮົບໄດ້ດໍາເນີນໄປຢ່າງເຂັ້ມງວດ ຕາມຄູ່ມືການປະຕິບັດງານກູ້ໄພສາກົນ ຂອງກຸ່ມທີ່ປຶກສາດ້ານການຄົ້ນຫາ ແລະ ກູ້ໄພສາກົນ ແຫ່ງ ສະຫະປະຊາຊາດ (INSARAG). ຂັ້ນຕອນການຊ້ອມຮົບໄດ້ຈໍາລອງຂະບວນການປະຕິບັດງານຢ່າງຄົບຖ້ວນ ນັບແຕ່ການແຈ້ງເຕືອນໄພພິບັດເບື້ອງຕົ້ນ, ການຕອບສະໜອງ ແລະ ລົງທະບຽນຂອງທີມກູ້ໄພ, ຈົນຮອດຂັ້ນຕອນການເດີນທາງມາຮອດ ແລະ ການຜ່ານແດນ, ການປຶກສາຫາລື ແລະ ປະເມີນຜົນຮ່ວມກັນ, ການມອບໝາຍພະລາກິດ, ການປະເມີນຄວາມສ່ຽງ ແລະ ການແລກປ່ຽນຂໍ້ມູນຂ່າວສານຂ້າມແດນ.

ຊ້ອມຮົບຮ່ວມພາກສະໜາມຫລາຍພາກພື້ນ ພາຍໃຕ້ເວທີປຶກສາຫາລືພາກພື້ນອາຊຽນ ຄັ້ງທີ 3 · ຮູບທີ 4

ການແລກປ່ຽນທາງດ້ານເຕັກນິກ ແລະ ການຊ້ອມຮົບພາກສະໜາມຄັ້ງນີ້, ໄດ້ຊ່ວຍເພີ່ມພູນ ແລະ ປັບປຸງຂັ້ນຕອນການປະຕິບັດງານ ເພື່ອການປະສານງານກູ້ໄພລະຫວ່າງຊາດ ໃຫ້ມີຄວາມສົມບູນຍິ່ງຂຶ້ນ, ພ້ອມທັງໄດ້ທົດສອບຄວາມສາມາດຂອງທີມກູ້ໄພຈາກປະເທດຕ່າງໆ ໃນການຕອບສະໜອງຕໍ່ໄພພິບັດຕໍ່ເນື່ອງ ເຊັ່ນ: ແຜ່ນດິນໄຫວ ແລະ ນໍ້າຖ້ວມ ຊຶ່ງຖືເປັນບົດຮຽນ ແລະ ແຫລ່ງອ້າງອີງຕົວຈິງ ໃຫ້ກັບບັນດາປະເທດສະມາຊິກອາຊຽນ ໃນການຮັບມືກັບເຫດສຸກເສີນຫລາຍພາກພື້ນ. ນອກຈາກນີ້, ງານດັ່ງກ່າວຍັງໄດ້ສະແດງໃຫ້ເຫັນເຖິງ ຄວາມກ້າວໜ້າຂອງປະເທດຈີນ ໃນດ້ານເຕັກໂນໂລຊີ ແລະ ອຸປະກອນການດັບເພີງ ແລະ ກູ້ໄພ ເຊິ່ງເປັນການຖອດຖອນບົດຮຽນທາງດ້ານເຕັກນິກ ທີ່ຈະຊ່ວຍເສີມສ້າງປະສິດທິພາບ ການຕອບສະໜອງເຫດສຸກເສີນ ໃນພາກພື້ນ.

ຊ້ອມຮົບຮ່ວມພາກສະໜາມຫລາຍພາກພື້ນ ພາຍໃຕ້ເວທີປຶກສາຫາລືພາກພື້ນອາຊຽນ ຄັ້ງທີ 3 · ຮູບທີ 5

ໂດຍຜ່ານການຝຶກອົບຮົມ ແລະ ການຊ້ອມຮົບຮ່ວມກັນ, ທີມກູ້ໄພຈາກບັນດາປະເທດທີ່ເຂົ້າຮ່ວມ ໄດ້ແລກປ່ຽນວິທີການປະຕິບັດງານ ແລະ ບົດຮຽນຕົວຈິງ, ເສີມສ້າງການປະສານງານດ້ານຂໍ້ມູນຂ່າວສານ ແລະ ເຕັກນິກຂ້າມແດນ, ພ້ອມທັງໄດ້ສ້າງຄວາມຮັບຮູ້ຮ່ວມກັນ ໃຫ້ເຂັ້ມແຂງກວ່າເກົ່າ ໃນການປ້ອງກັນ ແລະ ຫລຸດຜ່ອນຄວາມສ່ຽງຈາກໄພພິບັດໃນພາກພື້ນ. ການແລກປ່ຽນການຮ່ວມມືໃຫ້ກາຍເປັນການປະຕິບັດຕົວຈິງ ໃນຄັ້ງນີ້ ໄດ້ຊ່ວຍປັບປຸງພື້ນຖານການຮ່ວມມື ດ້ານການກູ້ໄພມະນຸດສະທໍາ ລະຫວ່າງ ຈີນ-ອາຊຽນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ຊຶ່ງມີສ່ວນຊ່ວຍໃນການປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ, ພ້ອມທັງສ້າງເຄືອຂ່າຍຄວາມປອດໄພ ໃນພາກພື້ນ ອາຊີ-ປາຊີຟິກ ໃຫ້ມີຄວາມເຂັ້ມແຂງຍິ່ງໆຂຶ້ນ.

ຊ້ອມຮົບຮ່ວມພາກສະໜາມຫລາຍພາກພື້ນ ພາຍໃຕ້ເວທີປຶກສາຫາລືພາກພື້ນອາຊຽນ ຄັ້ງທີ 3 · ຮູບທີ 6
ຊ້ອມຮົບຮ່ວມພາກສະໜາມຫລາຍພາກພື້ນ ພາຍໃຕ້ເວທີປຶກສາຫາລືພາກພື້ນອາຊຽນ ຄັ້ງທີ 3 · ຮູບທີ 7
ຊ້ອມຮົບຮ່ວມພາກສະໜາມຫລາຍພາກພື້ນ ພາຍໃຕ້ເວທີປຶກສາຫາລືພາກພື້ນອາຊຽນ ຄັ້ງທີ 3 · ຮູບທີ 8

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນສຸກ 27 ພະຈິກ 2026 · ແຮມ 3 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່