
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ທ້າວ ເກສອນ (ຈໍາເລີຍ) ໄດ້ສວຍໃຊ້ໜ້າທີ່ຕໍາແໜ່ງ ໂດຍເຊັນແຈ້ງການ ຈໍານວນ 6 ສະບັບ ທີ່ບໍ່ຖືກກັບເນື້ອໃນຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ໄດ້ລະບຸວ່າ: ເຫັນດີໃຫ້ຫັນດິນລັດເປັນທຶນ ຊໍາລະຄ່າກໍ່ສ້າງຕຶກສໍານັກງານກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ແກ່ ທ້າວ ວົງໄທ (ຜູ້ຮັບຜິດຊອບທາງແພ່ງ) ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການໃນການໂອນສິດນໍາໃຊ້ທີ່ດິນ ຈຶ່ງເຮັດໃຫ້ພາກສ່ວນທີ່ກ່ຽວຂ້ອງບໍ່ສາມາດເກັບຄ່າອາກອນ ແລະ ຄ່າທໍານຽມຕ່າງໆເຂົ້າລັດໄດ້ ຈໍານວນ 1,560,491,400 ກີບ.
ລົງໂທດຕັດອິດສະລະພາບ ທ້າວ ເກສອນ (ຈໍາເລີຍ) 18 ປີ 3 ເດືອນ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ ຈໍານວນ 1,560,491,400 ກີບ.
ເຫັນວ່າ ຕໍ່ກັບຄວາມເສຍຫາຍ ຈໍານວນ 1,560,491,400 ກີບ ທ້າວ ວົງໄທ (ຜູ້ຮັບຜິດຊອບທາງແພ່ງ) ກໍຍິນດີຮັບຜິດຊອບໃຊ້ແທນຄືນໃຫ້ແກ່ລັດ. ຜ່ານມາແມ່ນໄດ້ຊໍາລະແລ້ວ ຈໍານວນ 100,000,000 ກີບ (ໜຶ່ງຮ້ອຍລ້ານກີບ) ຕາມບົດບັນທຶກມອບຮັບ-ເງິນ ສະບັບລົງວັນທີ 21 ສິງຫາ 2026 ທີ່ອົງການກວດກາແຫ່ງລັດ (ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ), ຍັງຄ້າງຈໍານວນ 1,460,491,400 ກີບ, ທ້າວ ວົງໄທ ຈະຊໍາລະໃຫ້ລັດ ພາຍໃນ 60 ວັນ ນັບແຕ່ວັນທີ 21 ສິງຫາ 2026 ເປັນຕົ້ນໄປ.
ແຫຼ່ງຂ່າວຄວາມສະຫງົບ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













