ວັນສຸກ ທີ 27 ພະຈິກ 2026ອັບເດດລ່າສຸດ 21:49ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກອງປະຊຸມພົບປະ 3 ລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກໍາປູເຈຍ

ໂດຍ Jenjilaອັບເດດ
· 1 ເດືອນ ກ່ອນອ່ານ 4 ນາທີ30 ຄັ້ງ
ກອງປະຊຸມພົບປະ 3 ລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກໍາປູເຈຍ
ADadvertisement
ADadvertisement
ADadvertisement

ກອງປະຊຸມພົບປະ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຫວຽດນາມ ແລະ ກໍາປູເຈຍ ຈັດຂຶ້ນໃນວັນທີ 14 ຕຸລາ 2026 ທີ່ກົມພົວພັນຕ່າງປະເທດ ກອງທັບປະຊາຊົນຫວຽດນາມ ໂດຍມີ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ສະຫາຍ ພົນເອກ ຟານ ວັນ ຢາງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ລາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ ທັງ 3 ກອງ ທັບ ເຂົ້າຮ່ວມ.

ກອງປະຊຸມພົບປະ 3 ລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກໍາປູເຈຍ

ໃນພິທີ 3 ຝ່າຍໄດ້ຕີລາຄືນ ການຮ່ວມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຊຸມປີທີ່ຜ່ານມາ, ເຫັນວ່າມີຜົນສໍາເລັດທີ່ພົ້ນເດັ່ນຫລາຍດ້ານ ໂດຍສະເພາະແມ່ນການພົບປະ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ໃນເດືອນຕຸລາ ປີ 2025 ຢູ່ນະຄອນຫລວງວຽງຈັນ ສປປ ລາວ, ເດືອນກຸມພາ ປີ 2026 ຢູ່ນະຄອນຫລວງພະນົມເປັນ ລາຊະອານາຈັກກໍາປູເຈຍ, ການແລກປ່ຽນນາຍທະຫານໜຸ່ມ ລະຫວ່າງ 3 ກອງທັບ ໃນເດືອນ ພຶດສະພາ ປີ 2026 ຢູ່ນະຄອນດານັງ ສສ ຫວຽດນາມ, ຊຶ່ງບັນດາເຫດການດັ່ງ ກ່າວ ໄດ້ສະແດງເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງສາມຊາດ ລາວ-ກໍາປູເຈຍ-ຫວຽດນາມ ກໍຄື ສາມກອງທັບ ທີ່ໄດ້ສືບຕໍ່ ແລະ ຜັນຂະຫຍາຍມູນເຊື້ອຄວາມສາມັກຄີທີ່ສະໜິດແໜ້ນ ລະຫວ່າງ 3 ຊາດ ໃຫ້ເປັນສົມບັດອັນລໍ້າຄ່າ ໃຫ້ແກ່ພະນັກງານຮຸ່ນສືບທອດຕະຫລອດໄປ. ສາມປະເທດມີຊາຍແດນຕິດຈອດກັນ ແລະ ເປັນປະເທດທີ່ເຄີຍຕົກຢູ່ໃນສະຕາກໍາອັນດຽວກັນ ທີ່ມີມູນ ເຊື້ອສາມັກຄີຊ່ວຍເຫລືອກັນມາແຕ່ດຶກດໍາບັນ ແບບສະຫາຍອ້າຍນ້ອງ, ຮ່ວມທຸກຮ່ວມສຸກນໍາກັນຕະຫລອດມາ, ປະຊາຊົນສາມຊາດໃນອິນດູຈີນ ໄດ້ຕໍ່ສູ້ຄຽງບ່າຄຽງໄຫລ່ ຕ້ານກັບຈັກກະພັດຕ່າງດ້າວຜູ້ຮຸກຮານໂຕດຽວກັນ. ສະນັ້ນ, ບໍ່ວ່າຈະຢູ່ໃນສະພາບເງື່ອນໄຂໃດ ແລະ ໄລຍະໃດ ກໍບໍ່ສາມາດຕັດແຍກອອກຈາກກັນໄດ້. ພັກ-ລັດ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພ້ອມທີ່ຈະຮ່ວມມືກັບ ສອງກອງທັບ ຫວຽດນາມ ແລະ ກໍາປູເຈຍ ເພື່ອຮັດແໜ້ນນໍ້າໃຈມິດຕະພາບ ທີ່ເປັນມູນເຊື້ອໃຫ້ຍືນຍົງຊົ່ວກາລະນາ.

ກອງປະຊຸມພົບປະ 3 ລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກໍາປູເຈຍ · ຮູບທີ 2

ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ເຫັນດີເປັນເອກະພາບຢ່າງສູງ ຕໍ່ຄໍາຄິດເຫັນ ຂອງສະຫາຍ ພົນເອກ ຟານ ວັນ ຢາງ ແລະ ສະຫາຍ ພົນເອກ ເຕຍ ໄຊຫາ ຕໍ່ບັນຫາຕ່າງໆທີ່ໄດ້ຍົກມານັ້ນ ແລະ ສະເໜີທິດທາງແຜນການຮ່ວມມື ໃນປີ 2027 ຂອງສາມກອງທັບ ເພື່ອສືບຕໍ່ຈັດກອງປະຊຸມພົບປະ 3 ລັດຖະມົນຕີ ໃຫ້ເປັນປົກກະຕິ ໂດຍຜັດປ່ຽນກັນເປັນເຈົ້າພາບ, ຖືເອົາເວທີນີ້ ເປັນແລກປ່ຽນທັດສະນະຕໍ່ບັນຫາສະພາບການທີ່ພົ້ນເດັ່ນຂອງໂລກ ແລະ ພາກພື້ນ ທີ່ຈະມີຜົນກະທົບຕໍ່ສາມຊາດ, ສາມກອງທັບ ແລະ ສືບຕໍ່ຈັດການຝຶກຊ້ອມຮ່ວມກອບກູ້ໄພພິບັດ ໃຫ້ເປັນປົກ ກະຕິ ໂດຍຜັດດປ່ຽນກັນເປັນເຈົ້າພາບ ເພື່ອຍົກສູງຄຸນນະພາບ ໃນການຝຶກຊ້ອມຄັ້ງຕໍ່ໄປ, ສືບຕໍ່ແລກປ່ຽນນາຍທະຫານໜຸ່ມ ຢ່າງເປັນປົກກະຕິ ເພື່ອເປີດໂອກາດໃຫ້ໄດ້ແລກປ່ຽນບົດຮຽນ, ປະສົບການ, ຮັດແໜ້ນຄວາມສາມັກຄີ ເພື່ອຮັກສາສາຍພົວພັນທີ່ເປັນມູນເຊື້ອ ລະຫວ່າງ ສາມຊາດ, ສາມກອງທັບ, ຊຸກຍູ້ໃຫ້ມີການລາດຕະເວນຮ່ວມ 3 ກອງທັບ ຢູ່ເຂດທີ່ມີຊາຍແດນຕິດຈອດກັນ 3 ປະເທດ ແລະ 2 ປະເທດ ທີ່ມີຊາຍແດນຕິດຈອດກັນ ເພື່ອເປັນການສະກັດກັ້ນການລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກໍາຂ້າມຊາດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ, ການຂົນສົ່ງຢາເສບຕິດ, ການຄ້າອາວຸດ ແລະ ກໍລະນີອື່ນໆ ທີ່ຜິດກົດໝາຍ, ຊຸກຍູ້, ອໍານວຍຄວາມສະດວກ ໃຫ້ກົມກອງ ເຮັດໜ້າທີ່ຢູ່ຕາມຊາຍແດນ ຂອງ 3 ປະເທດ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ປະສານສົມທົບ ເພື່ອສະກັດກັ້ນ, ແກ້ໄຂບັນຫາຫຍໍ້ທໍ້ຕາມບໍເວນຊາຍແດນ ໃຫ້ທັນເວລາ, ສືບຕໍ່ປົກປັກຮັກສາບູລະນະຫລັກໝາຍຊາຍແດນ ແລະ ຊຸກຍູ້ການຮ່ວມືສໍາຫລວດປັກຫລັກໝາຍຊາຍແດນ ຢູ່ບໍລິເວນທີ່ຍັງຄົງຄ້າງ ໃຫ້ສໍາເລັດ ເພື່ອສ້າງເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຄວາມໝັ້ນຄົງ, ການຮ່ວມມື ເພື່ອພັດທະນາຢ່າງແທ້ຈິງ, ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ກໍຄື ບັນດາກອງປະຊຸມ ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ, ອາຊຽນບວກ ແລະ ເວທີປຶກສາຫາລືຄວາມໜັ້ນຄົງສາກົນຕ່າງໆ. ພ້ອນັ້ນ, ສາມຝ່າຍກໍໄດ້ເຊັນບົດບັນທຶກການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕື່ມອີກ.

ADadvertisement
ADadvertisement
ADadvertisement

ໃນວັນດຽວກັນ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ 3 ລັດຖະມົນຕີກະຊວງປ້ອງປະເທດ ລາວ-ຫວຽດນາມ-ກຳປູເຈຍ.

ຂ່າວ: ສີປະພັນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນສຸກ 27 ພະຈິກ 2026 · ແຮມ 3 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່