
ຊ້ອມຮົບຮ່ວມພາກສະໜາມຫລາຍພາກພື້ນ ພາຍໃຕ້ເວທີປຶກສາຫາລືພາກພື້ນອາຊຽນ ຄັ້ງທີ 3

ກົມໃຫຍ່ດັບເພີງ ແລະ ກູ້ໄພແຫ່ງຊາດຈີນ ຈັດສໍາມະນາ ແລະ ຊ້ອມຮົບຮ່ວມພາກສະໜາມຫລາຍພາກພື້ນ ພາຍໃຕ້ເວທີປຶກສາຫາລືພາກພື້ນອາຊຽນ ຄັ້ງທີ 3 ກ່ຽວກັບການຄົ້ນຫາ ແລະ ກູ້ໄພສຸກເສີນຕົວເມືອງ ໃນລະຫວ່າງວັນທີ 18-20 ກັນຍາ 2026 ຜ່ານມາ ຢູ່ໜານນິງ, ເຂດປົກຄອງຕົນເອງ ກວາງຊີ ສປ ຈີນ ໂດຍຖືເປັນບົດຊ້ອມຮົບດ້ານການກູ້ໄພ ແລະ ຄວາມປອດໄພ ມົນທົນ/ພາກພື້ນ ແບບພະຫຸພາຄີ ທີ່ສໍາຄັນ ພາຍໃຕ້ໂຄງຮ່າງເວທີປຶກສາຫາລືພາກພື້ນອາຊຽນ ໂດຍມີເຈົ້າໜ້າທີ່ກູ້ໄພຫລາຍກວ່າ 300 ຄົນ ຈາກ 21 ທີມກູ້ໄພ ຂອງ ສປ ຈີນ, ຣັດເຊຍ ແລະ ບັນດາປະເທດສະມາຊິກອາຊຽນ. ໃນນັ້ນ, ລວມທັງ ສປປ ລາວ ກໍໄດ້ເຂົ້າຮ່ວມ. ໂດຍຜ່ານການແລກປ່ຽນທາງດ້ານເຕັກນິກ ແລະ ການຊ້ອມຮົບພາກສະໜາມ, ງານຄັ້ງນີ້ກາຍເປັນເວທີສາກົນ ໃຫ້ແກ່ກໍາລັງກູ້ໄພໃນພາກພື້ນ ໄດ້ຮຽນຮູ້ຮ່ວມກັນ ຊຶ່ງເປັນການສົ່ງເສີມການຮ່ວມມືຕົວຈິງ ລະຫວ່າງ ຈີນ-ອາຊຽນ ໃນດ້ານການກຽມພ້ອມຮັບມືກັບໄພພິບັດ ແລະ ການກູ້ໄພສຸກເສີນ ໃຫ້ກ້າວສູ່ລວງເລິກຂຶ້ນຕື່ມ.

ທ່າມກາງສະພາບການເກີດແຜ່ນດິນໄຫວ ແລະ ນໍ້າຖ້ວມ ເລື້ອຍໆໃນພາກພື້ນ ອາຊີ-ປາຊີຟິກ, ພ້ອມທັງຄວາມສ່ຽງຈາກໄພພິບັດທີ່ເກີດຂຶ້ນຕໍ່ເນື່ອງ ແລະ ໄພພິບັດຂ້າມແດນ, ການຊ້ອມຮົບຄັ້ງນີ້ໄດ້ຈໍາລອງເຫດການແຜ່ນດິນໄຫວ ຄວາມແຮງ 7.8 ຣິກເຕີ ຢູ່ຕ່າງປະເທດ. ເຫດແຜ່ນດິນໄຫວດັ່ງກ່າວ ໄດ້ເຮັດໃຫ້ອາຄານພັງທະລາຍ, ເກີດອຸບັດເຫດທາງຈະລາຈອນ ແລະ ກໍ່ໃຫ້ເກີດໄພພິບັດຂັ້ນສອງຕາມມາ ເປັນຕົ້ນ ໄພນໍ້າຖ້ວມ, ນໍ້າຂັງໃນຕົວເມືອງ, ມີຄົນຕິດຄ້າງຢູ່ເຂດຫ່າງໄກ ແລະ ຍານພາຫະນະຖືກນໍ້າໄຫລຊຸ ຊຶ່ງໄດ້ຊຸກດັນໃຫ້ປະເທດທີ່ປະສົບໄພ ຮ້ອງຂໍຄວາມຊ່ວຍເຫລືອດ້ານມະນຸດສະທໍາ ຈາກປະຊາຄົມໂລກ.

ການຊ້ອມຮົບພາກປະຕິບັດຕົວຈິງ ປະກອບມີ: ການເຈາະທະລຸຊາກຫັກພັງ, ການກູ້ໄພໃນພື້ນທີ່ແຄບ, ການກູ້ໄພໃນເຂດພູດອຍ, ການຕອບສະໜອງອຸບັດຕິເຫດທາງຈະລາຈອນ, ການຄົ້ນຫາ ແລະ ກູ້ໄພໂດຍໃຊ້ເຮືອ ແລະ ການຍົກຍ້າຍປະຊາຊົນທີ່ຕິດຄ້າງໃນເຂດຫ່າງໄກ. ນອກຈາກນີ້, ຍັງໄດ້ມີການນໍາໃຊ້ອຸປະກອນກູ້ໄພອັດສະລິຍະ ເຊັ່ນ: ຫຸ່ນຍົນພື້ນນໍ້າ, ຫຸ່ນຍົນດັບເພີງສີ່ຂາ ແລະ ໂດຣນອະເນກປະສົງຂະໜາດໃຫຍ່ ໂດຍການປະສານສົມທົບອຸປະກອນອັດສະລິຍະ ເຂົ້າກັບວິທີການກູ້ໄພແບບດັ້ງເດີມ. ການຊ້ອມຮົບຄັ້ງນີ້, ໄດ້ຈໍາລອງສະພາບຄວາມຫຍຸ້ງຍາກຂອງໄພພິບັດໃຫຍ່ ຫລາຍພາກພື້ນ ໃຫ້ໃກ້ຄຽງກັບຄວາມເປັນຈິງຫລາຍທີ່ສຸດ.

ການຊ້ອມຮົບໄດ້ດໍາເນີນໄປຢ່າງເຂັ້ມງວດ ຕາມຄູ່ມືການປະຕິບັດງານກູ້ໄພສາກົນ ຂອງກຸ່ມທີ່ປຶກສາດ້ານການຄົ້ນຫາ ແລະ ກູ້ໄພສາກົນ ແຫ່ງ ສະຫະປະຊາຊາດ (INSARAG). ຂັ້ນຕອນການຊ້ອມຮົບໄດ້ຈໍາລອງຂະບວນການປະຕິບັດງານຢ່າງຄົບຖ້ວນ ນັບແຕ່ການແຈ້ງເຕືອນໄພພິບັດເບື້ອງຕົ້ນ, ການຕອບສະໜອງ ແລະ ລົງທະບຽນຂອງທີມກູ້ໄພ, ຈົນຮອດຂັ້ນຕອນການເດີນທາງມາຮອດ ແລະ ການຜ່ານແດນ, ການປຶກສາຫາລື ແລະ ປະເມີນຜົນຮ່ວມກັນ, ການມອບໝາຍພະລາກິດ, ການປະເມີນຄວາມສ່ຽງ ແລະ ການແລກປ່ຽນຂໍ້ມູນຂ່າວສານຂ້າມແດນ.

ການແລກປ່ຽນທາງດ້ານເຕັກນິກ ແລະ ການຊ້ອມຮົບພາກສະໜາມຄັ້ງນີ້, ໄດ້ຊ່ວຍເພີ່ມພູນ ແລະ ປັບປຸງຂັ້ນຕອນການປະຕິບັດງານ ເພື່ອການປະສານງານກູ້ໄພລະຫວ່າງຊາດ ໃຫ້ມີຄວາມສົມບູນຍິ່ງຂຶ້ນ, ພ້ອມທັງໄດ້ທົດສອບຄວາມສາມາດຂອງທີມກູ້ໄພຈາກປະເທດຕ່າງໆ ໃນການຕອບສະໜອງຕໍ່ໄພພິບັດຕໍ່ເນື່ອງ ເຊັ່ນ: ແຜ່ນດິນໄຫວ ແລະ ນໍ້າຖ້ວມ ຊຶ່ງຖືເປັນບົດຮຽນ ແລະ ແຫລ່ງອ້າງອີງຕົວຈິງ ໃຫ້ກັບບັນດາປະເທດສະມາຊິກອາຊຽນ ໃນການຮັບມືກັບເຫດສຸກເສີນຫລາຍພາກພື້ນ. ນອກຈາກນີ້, ງານດັ່ງກ່າວຍັງໄດ້ສະແດງໃຫ້ເຫັນເຖິງ ຄວາມກ້າວໜ້າຂອງປະເທດຈີນ ໃນດ້ານເຕັກໂນໂລຊີ ແລະ ອຸປະກອນການດັບເພີງ ແລະ ກູ້ໄພ ເຊິ່ງເປັນການຖອດຖອນບົດຮຽນທາງດ້ານເຕັກນິກ ທີ່ຈະຊ່ວຍເສີມສ້າງປະສິດທິພາບ ການຕອບສະໜອງເຫດສຸກເສີນ ໃນພາກພື້ນ.

ໂດຍຜ່ານການຝຶກອົບຮົມ ແລະ ການຊ້ອມຮົບຮ່ວມກັນ, ທີມກູ້ໄພຈາກບັນດາປະເທດທີ່ເຂົ້າຮ່ວມ ໄດ້ແລກປ່ຽນວິທີການປະຕິບັດງານ ແລະ ບົດຮຽນຕົວຈິງ, ເສີມສ້າງການປະສານງານດ້ານຂໍ້ມູນຂ່າວສານ ແລະ ເຕັກນິກຂ້າມແດນ, ພ້ອມທັງໄດ້ສ້າງຄວາມຮັບຮູ້ຮ່ວມກັນ ໃຫ້ເຂັ້ມແຂງກວ່າເກົ່າ ໃນການປ້ອງກັນ ແລະ ຫລຸດຜ່ອນຄວາມສ່ຽງຈາກໄພພິບັດໃນພາກພື້ນ. ການແລກປ່ຽນການຮ່ວມມືໃຫ້ກາຍເປັນການປະຕິບັດຕົວຈິງ ໃນຄັ້ງນີ້ ໄດ້ຊ່ວຍປັບປຸງພື້ນຖານການຮ່ວມມື ດ້ານການກູ້ໄພມະນຸດສະທໍາ ລະຫວ່າງ ຈີນ-ອາຊຽນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ຊຶ່ງມີສ່ວນຊ່ວຍໃນການປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ, ພ້ອມທັງສ້າງເຄືອຂ່າຍຄວາມປອດໄພ ໃນພາກພື້ນ ອາຊີ-ປາຊີຟິກ ໃຫ້ມີຄວາມເຂັ້ມແຂງຍິ່ງໆຂຶ້ນ.



ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













