
ປກສ ເມືອງຫຼວງນໍ້າທາ ກັກຜູ້ຖືກຫາ 01 ຄົນ ພ້ອມຢາບ້າ 975 ເມັດ.

ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕໍາຫຼວດ ປກສ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ມີກຸ່ມຄົນບໍ່ດີເຄື່ອນໄຫວຂາຍ ແລະ ມົ້ວສຸມຢາເສບຕິດ ປະເພດຢາບ້າ ຢູ່ເຂດ ບ້ານທ່າອໍ້ ເມືອງຫຼວງນ້ຳທາ. ດັ່ງນັ້ນ, ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ເຄື່ອນໄຫວຕິດຕາມ ກວດກາຕົວຈິງ ສາມາດກັກ ຜູ້ຖືກຫາໄດ້ 01 ຄົນ ຊື່ ທ້າວ ຕູ້ຍ ອາຍຸ 38 ປີ ຢູ່ ບ້ານທ່າອໍ້ ເມືອງ ແລະ ແຂວງຫຼວງນໍ້າທາ ພ້ອມຂອງກາງຢາເສບຕິດ ປະເພດຢາບ້າ ຈໍານວນ 975 ເມັດ ມາດໍາເນີນການສອບສວນ.

ຜ່ານການສອບສວນ ທ້າວ ຕູ້ຍ (ຜູ້ຖືກຫາ) ໃຫ້ສາລະພາບວ່າ: ຢາເສບຕິດທີ່ທາງເຈົ້າໜ້າທີ່ຕຳຫຼວດກວດພົບນັ້ນແມ່ນຂອງຜູ້ກ່ຽວແທ້ ເຊິ່ງໄດ້ຊື້ມາເສບ ແລະ ຂາຍຍ່ອຍຫຼາຍຄັ້ງ. ຕົກມາຮອດວັນທີ 01 ຕຸລາ 2026 ເວລາປະມານ 08 ໂມງຕອນເຊົ້າ ຜູ້ກ່ຽວໄດ້ຂີ່ລົດຈັກອອກຈາກເຮືອນ ຢູ່ ບ້ານທ່າຂໍ້ ເພື່ອຈະໄປຊື້ຢາບ້າຢູ່ ບ້ານຕາຫວານ ພໍໄປຮອດບ້ານດັ່ງກ່າວ ຜູ້ກ່ຽວກໍ່ໄດ້ເອົາເງິນໃຫ້ຊາຍ (ບໍ່ຮູ້ຊື້) ໄປຊື້ຢາບ້າມາໃຫ້ຜູ້ກ່ຽວ, ພາຍຫຼັງໄດ້ຢາບ້າມາ ຈໍານວນ 02 ຖົງ (ບໍ່ໄດ້ນັບວ່າມີຈັກເມັດ), ຫຼັງຈາກນັ້ນຜູ້ກ່ຽວກໍ່ໄດ້ເອົາມາເສບ ແລະ ຂາຍຍ່ອຍໃຫ້ກຸ່ມໄວລຸ້ນບໍ່ຮູ້ຊື່. ຈາກນັ້ນ ຜູ້ກ່ຽວກໍ່ໄດ້ຂີ່ລົດຈັກເພື່ອຈະໄປຕີສະນຸກເກີ ຢູ່ເຂດ ບ້ານໂພນໄຊສະຫວ່າງ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ແລະ ກວດຄົ້ນ ພົບເຫັນຢາບ້າ ຈຳນວນ 173 ເມັດ ແລະ ຕໍ່ມາທາງເຈົ້າໜ້າທີ່ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກວດຄົ້ນຫ້ອງນອນຂອງຜູ້ກ່ຽວ ພົບເຫັນຢາບ້າ ຈໍານວນ 04 ຖົງ ລວມມີຢາບ້າທັງໝົດ 975 ເມັດ.
ປັດຈຸບັນ ເຈົ້າໜ້າທີ່ໄດ້ກັກ ທ້າວ ຕູ້ຍ ພ້ອມຂອງກາງຢາບ້າ 975 ເມັດໄວ້ ເພື່ອສືບຕໍ່ຂະຫຍາຍຜົນຫາກຸ່ມແກ້ງ ພວກຮ່ວມຂະບວນການດຽວກັນມາດຳເນີນຄະດີຕາມລະບຽບກົດໝາຍ.
ຂ່າວ : ຮອ ຈ໋າຍຮ່ວມ ວິວັນໂຫຼຍ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













