
ມິດຕະພາບລາວ-ຣັດເຊຍ ລົງນາມເຊັນບົດບັນທຶກຮ່ວມມື ວຽກງານປ້ອງກັນຄວາມສະຫງົບພາຍໃນ ຢູ່ແຕ່ລະປະເທດ

ໃນລະຫວ່າງ ວັນທີ 10-13 ພະຈິກ 2026, ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສອງຝ່າຍ ກັບ ອົງການປ້ອງກັນຄວາມສະຫງົບພາຍໃນ ແຫ່ງຊາດ ສະຫະພັນຣັດເຊຍ ( ສ.ຣັດເຊຍ )ທີ່ນະ ຄອນຫຼວງ ມົດສະກູ ສ. ຣັດເຊຍ; ສອງຝ່າຍໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າວ່າດ້ວຍການຮ່ວມມື ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບພາຍໃນ ຢູ່ແຕ່ລະປະເທດ ໂດຍສະເພາະແມ່ນ ການປ້ອງກັນສະຖານທີ່ ແລະ ພື້ນຖານໂຄງລາງທີ່ມີຄວາມສຳຄັນທາງຍຸດທະສາດ, ປ້ອງກັນກອງປະຊຸມ ແລະ ງານສາກົນຕ່າງໆ, ການປ້ອງກັນແຂກຕ່າງປະ ເທດຂັ້ນສູງ ແລະອື່ນໆ.

ໃນໂອກາດເຄື່ອນໄຫວວຽກງານຢູ່ ສ.ຣັດເຊຍ ໃນຄັ້ງນີ້ ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ພົບ ປະໂອ້ລົມ ນາຍ ແລະ ພົນຕຳຫຼວດທີ່ກຳລັງສຶກສາ ຢູ່ ນະ ຄອນມົດສະກູ ເຊິ່ງທ່ານໄດ້ເນັ້ນໃຫ້ນາຍ ແລະ ພົນຕຳ ຫຼວດດັ່ງກ່າວ ເອົາໃຈໃສ່ສຶກສາຮ່ຳຮຽນຍາດແຍ່ງເອົາຄວາມຮູ້ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານຂອງກຳລັງປ້ອງກັນຄວາມສະຫງົບ ຢູ່ ສປປ ລາວ, ຍົກສູງຄວາມຮັບ ຜິດຊອບການເມືອງ, ເອົາໃຈໃສ່ປະຕິບັດລະບຽບວິໄນຂອງສະຖານບັນການສຶກສາ ກໍຄື ລະບຽບຂອງກຳລັງ, ມີຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຮໍ່າຮຽນໃຫ້ສຳເລັດຕາມໂຄງການຫຼັກສູດທີ່ກຳນົດໄວ້.

ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ພ້ອມຄະ ນະ ກໍໄດ້ໄປຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ສູນຝຶກວິຊາສະເພາະ ແລະ ຢ້ຽມຊົມອາວຸດ ແລະ ອຸປະກອນພິ ເສດ ຮັບໃຊ້ວຽກງານປ້ອງກັນຄວາມປອດໄພຫຼາຍປະເພດ ລວມທັງການຝຶກ ແລະ ນຳໃຊ້ສັດວິຊາສະເພາະ ເຊິ່ງເຫັນວ່າ ເປັນປະໂຫຍດຫຼາຍ ແລະ ສາມາດນຳມາໝູນໃຊ້ ໃນວຽກງານປ້ອງກັນຄວາມສະຫງົບ ຂອງ ສປປ ລາວ.
ຂ່າວ: ຄວາມສະຫງົບ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່




ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ອາແຊັກໄບຊານ
5 ຊົ່ວໂມງກ່ອນ
ນາຍົກລັດຖະມົນຕີ ຕ້ອນຮັບອາສາສະໝັກຢີ່ປຸ່ນ
5 ຊົ່ວໂມງກ່ອນ

