MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເທດສະການຮູບເງົາເອີຣົບຈະຈັດຂຶ້ນຢູ່ນະຄອນຫລວງວຽງຈັນໃນລະ ຫວ່າງວັນທີ 21-24 ພຶດສະພາ 2026 ເຂົ້າຊົມຟຣີ

ເທດສະການຮູບເງົາເອີຣົບຈະຈັດຂຶ້ນຢູ່ນະຄອນຫລວງວຽງຈັນໃນລະ ຫວ່າງວັນທີ 21-24 ພຶດສະພາ 2026 ເຂົ້າຊົມຟຣີ

Jenjila
ເຜີຍແຜ່: 19 ພຶດສະພາ 2026, 11:10
ປັບປຸງຫຼ້າສຸດ: 19 ພຶດສະພາ 2026, 11:12
Jen - Mahasan Post - 2026-05-19T110852.631

ເທດສະການຮູບເງົາເອີຣົບ ປະຈຳປີ 2026 ຈະກັບມາສ້າງສີສັນອີກຄັ້ງທີ່ນະຄອນຫລວງວຽງຈັນ ໃນລະ ຫວ່າງວັນທີ 21-24 ພຶດສະພາ 2026, ທີ່ສະຖາບັນຝຣັ່ງ ປະຈຳ ສປປ ລາວ ຊຶ່ງເປັນໂອກາດສຸດພິເສດທີ່ຜູ້ຊົມຈະໄດ້ສຳຜັດກັບຄວາມອຸດົມສົມບູນ ແລະ ຄວາມຫລາກຫລາຍຂອງຮູບເງົາເອີຣົບ.

ໃນປີ 2026 ນີ້, ພວກເຮົາໄດ້ຄັດສັນຮູບເງົາຈາກ 8 ປະເທດໃນເອີຣົບ ທີ່ຈະມາຖ່າຍທອດເລື່ອງລາວອັນຊົງພະລັງ, ຄວາມຄິດສ້າງສັນທາງສິລະປະ ແລະ ເຕັກນິກການສ້າງຮູບເງົາຮ່ວມສະໄໝຈາກເອີຣົບ.

ເລີ່ມແຕ່ຮູບເງົາແນວຊີວິດທີ່ສ້າງຄວາມປະທັບໃຈ ໄປຈົນເຖິງຮູບເງົາກາຕູນ ທີ່ເຕັມໄປດ້ວຍຈິນຕະນາການ, ຮູບເງົາແຕ່ລະເລື່ອງປຽບເໝືອນປ່ອງຢ້ຽມທີ່ເປີດໄປສູ່ວັດທະນະທຳ, ມຸມມອງ ແລະ ປະສົບການຊີວິດຂອງມະນຸດທີ່ແຕກຕ່າງກັນ.

ຮູບເງົາທຸກເລື່ອງຈະສາຍເປັນພາສາຕົ້ນສະບັບ ພ້ອມມີຄໍາບັນຍາຍເປັນພາສາລາວ ແລະ ພາສາອັງກິດ ເພື່ອໃຫ້ຜູ້ຊົມທຸກທ່ານສາມາດເຂົ້າເຖິງ ແລະ ຮັບຊົມໄດ້ຢ່າງເຕັມອີມ.

ງານເທດສະການນີ້, ເປີດໃຫ້ເຂົ້າຊົມຟຣີ ໂດຍບໍ່ເສຍຄ່າ ພ້ອມທັງມີອາຫານວ່າງ ແລະ ເຄື່ອງດື່ມໄວ້ບໍລິການໃຫ້ແກ່ຜູ້ເຂົ້າຮ່ວມງານທຸກໆມື້.

ບໍ່ວ່າທ່ານຈະເປັນຜູ້ທີ່ມັກຮັກໃນການເບິ່ງຮູບເງົາ, ນັກຮຽນ-ນັກສຶກສາ, ສິລະປິນ ຫລື ຜູ້ທີ່ຢາກຄົ້ນຫາປະສົບການໃໝ່ໆ ເທສະການຮູບເງົາເອີຣົບ 2026 ຈະເປັນ 4 ວັນທີ່ເຕັມໄປດ້ວຍຄວາມຊົງຈຳ, ວັດທະນະທຳ, ຄວາມຄິດສ້າງສັນ ແລະ ແຮງບັນດານໃຈທາງດ້ານຮູບເງົາທີ່ທ່ານບໍ່ຄວນພາດ.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດໄລຟ໌ສະໄຕລ໌

ຂ່າວທີ່ກ່ຽວຂ້ອງ