MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງສະຫວັນນະເຂດ ກັກຕົວ 11 ຄົນ ລັກລອບຂຸດຄົ້ນ-ຊື້ຂາຍແຮ່ທາດເຖື່ອນ

ປກສ ແຂວງສະຫວັນນະເຂດ ກັກຕົວ 11 ຄົນ ລັກລອບຂຸດຄົ້ນ-ຊື້ຂາຍແຮ່ທາດເຖື່ອນ

kaling
ເຜີຍແຜ່: 16 October 2026, 11:44
ປັບປຸງຫຼ້າສຸດ: 16 October 2026, 11:44
ອ່ານ 4 ຄັ້ງ
Copy of pele - 2026-10-16T105924.096

ເຈົ້າໜ້າ ປກສ ແຂວງສະຫວັນນະເຂດ ສົມທົບກັບ ເຈົ້າໜ້າທີ່ ປກສ ເມືອງວິລະບູລີ ເຂົ້າກັກຕົວພວກລັກລອບຂຸດຄົ້ນ-ຊື້ຂາຍ ຊຸກເຊື່ອງແຮ່ທາດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈໍານວນ11 ຄົນ, ຍິງ 01 ຄົນ, ພ້ອມເຄື່ອງຂອງກາງຈໍານວນຫຼາຍລາຍການ.

ໃນ ຕົ້ນເດືອນ ຕຸລາ 2026ນີ້, ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ແຂວງ ໄດ້ສົມທົບກັບ ປກສ ເມືອງວິລະບູລີ ເຂົ້າໄປກວດຄົ້ນໂຮງງານ ປຸງແຕ່ງໄມ້ ຄຸນມີໄຊ ຕັ້ງຢູ່ເຂດ ບ້ານຫ້ວຍຊ້ວານ ເມືອງວິລະບູລີ, ຜ່ານການກວດຄົ້ນສາມາດ ກັກຕົວ ຜູ້ຕ້ອງສົງໃສ ໃນສະຖານຊຸກເຊື່ອງຊື້ – ຂາຍຊັບ ປະເພດ ແຮ່ທາດ ຈໍານວນ 11 ຄົນ, ຍິງ 01 ຄົນ ໃນນັ້ນ; ສັນຊາດຈີນ 1 ຄົນ, ສັນຊາດ ຫວຽດນາມ 4 ຄົນ, ຍິງ 1 ຄົນ, ແລະ ສັນຊາດລາວ 06 ຄົນ.

ຍຶດອາຍັດຊັບເຄື່ອງຂອງກາງ ປະເພດແຮ່ທາດ ຫີນຂອງບໍລິສັດ ແລະ ອຸປະກອນຕ່າງໆທີ່ນໍາໃຊ້ເຂົ້າໃນການສະກັດເອົາແຮ່ທາດຄໍາ ເຊິ່ງມີ: ລົດຈັກ 04 ຄັນ ໃນນັ້ນມີລົດຈັກດັດແປງສະພາບ (ລົດຕະແກ໋ງ) 02 ຄັນ, ຈັກປັ່ນໄຟ 01 ເຄື່ອງ, ຈັກບົດແຮ່ 03 ເຄື່ອງ, ໄດດຸດນໍ້າ 01 ເຄື່ອງ, ເຄື່ອງບົດຫີນ ແຮ່ທາດ 04 ເຄື່ອງ, ຢາບ້າ 66 ເມັດ, ໄດໂປມນໍ້າ 04 ໜ່ວຍ, ໄດເປົ່າລົມ 01 ໜ່ວຍ, ຕູ້ຈອດ 01 ໜ່ວຍ, ເຄື່ອງຫຼອມຂະໜາດນ້ອຍ 01 ໜ່ວຍ, ເຄື່ອງອັດຄວາມຮ້ອນ ສະແຕດເລດ 01 ໜ່ວຍ, ເຕົ້າລົມ 02 ໜ່ວຍ ແລະ ອຸປະກອນອື່ນໆອີກຫຼາຍລາຍການ, ແຮ່ທາດ ປະເພດຫີນ ຈໍານວນ 115 ໂຕນ, ແຮ່ທາດອາສິດຜ່ານການບົມແຍກທາດ 01 ດ້າມ 40 ໂຕນ, ສານເຄມີ ສຸພິລິດອາສິດ 5 ຕຸກ, ສານເຄມີ ໄຮໂດແລັນ 07 ຕຸກ, ສານເຄມີ ກາກບອນໃດຮອດຊາຍ 05 ເປົາ ຈໍານວນ 125 ກິໂລ, ສານເຄມີ ຢາງໂພທີລິນ 07 ເປົາ, ສານເຄມີ ແອັດໂມນຽມໂຄລາຍ 05 ເປົາ ຈໍານວນ 125 ກິໂລແລະ ສັງກະສີແຍກຄໍາ 60 ກິໂລ.

ແລະຕໍ່ມາໃນວັນທີ 10 ຕຸລາ ປີ 2026 ນີ້, ເຈົ້າໜ້າທີ່ວິຊາສະເພາະ ກອງບັນາຊການ ປກສ ແຂວງ ສົມທົບກັບພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນ ໂຮງງານລາວຊູຢວນ ພາລາສະຕິກ ແລະ ປຸງແຕ່ງຢາງພາລາ ເຊິ່ງຕັ້ງຢູ່ ບ້ານ ນາຈາລິດ, ນະຄອນໄກສອນ, ແຂວງ ສະຫວັນນະເຂດ, ໄດ້ມີການ ລັກລອບ ຊື້-ຂາຍ ຊຸກເຊື່ອງແຮ່ທາດທີ່ບໍ່ຖືກຕ້ອງຕາມກົດໝາຍ, ຜ່ານການກວດຄົ້ນໂຮງງານດັ່ງກ່າວ, ພົບເຫັນແຮ່ທາດ ທີ່ບົດແລ້ວຈໍານວນ 45 ຖົງບິກແບັກ, 03 ຖົງບິກແບັກທີ່ຍັງບໍ່ທັນບົດ ແລະ 90 ກະສອບນ້ອຍທີ່ຍັງບໍ່ທັນບົດ ນໍ້າໜັກ ປະມານ 58 ໂຕນ, ເຄື່ອງຈັກທີ່ນໍາໃຊ້ເຂົ້າໃນການບົດແຮ່ທາດຈຳນວນ 05 ເຄື່ອງ ແລະ ລົດກະບະ ສີ່ປະຕູ 1 ຄັນ ພ້ອມທັງກັກຕົວ ຜູ້ຕ້ອງສົງໃສ ໃນສະຖານຊຸກເຊື່ອງຊື້ – ຂາຍຊັບ ຈໍານວນ 2 ຄົນ ຍິງ 1 ຄົນ ມາທຳການສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ

—————–

©️ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 18 ຕຸລາ 2026 · ຂຶ້ນ 7 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ