ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນ ດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະ ມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້, ທ່ານ U Aung Ko ເອກອັກຄະລັດຖະທູດ ເເຫ່ງ ສາທາລະນະລັດ ສະຫະ ພາບ ມຽນມາ ປະຈຳ ສປປ ລາວ, ໃນນາມເປັນປະທານກອງປະຊຸມປຶກສາຫາລືອາຊຽນ (ASEAN Consultative Meeting) ໄດ້ຕາງໜ້າບັນດາທູດອາຊຽນ ສະແດງຄວາມຍິນດີ ແລະ ຊົມເຊີຍຢ່າງຈິງໃຈຕໍ່ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະ ມົນຕີ ເເຫ່ງ ສປປ ລາວ ທີ່ໄດ້ຮັບການເລືອກຕັ້ງເປັນ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່. ການໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງສຳຄັນຄັ້ງນີ້ ເເມ່ນໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ຈາກ ພັກ-ລັດ ແລະ ປະຊາຊົນ ແລະ ເຊື່ອໝັ້ນວ່າດ້ວຍຄວາມຮູ້, ຄວາມສາມາດ, ປະສົບ ການ ແລະ ບັນດາຜົນງານຕ່າງໆ,ທ່ານ ນາຍົກລັດຖະມົນຕີ ຈະສືບຕໍ່ນໍາພາລັດຖະບານ ແລະ ປະຊາຊົນ ປະຕິບັດພາ ລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ໄດ້ຮັບຜົນສໍາເລັດເປັນກ້າວໆ.

ທ່ານ ນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ຄຳອວຍພອນ ແລະ ຊົມເຊີຍຢ່າງຈິງໃຈຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະຜ່ານມາ. ນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ເຊີຍຜົນງານ ຂອງກອງປະຊຸມປຶກສາຫາລືອາຊຽນທີ່ເຮັດໜ້າທີ່ເປັນຂົວຕໍ່ໃນການສື່ສານ ແລະ ປະສານງານ ເພື່ອສົ່ງເສີມການພົວພັນຮ່ວມມື ທັງໃນຂອບຫຼາຍຝ່າຍ ແລະ ສອງຝ່າຍ ແລະ ລະຫວ່າງບັນດາປະເທດສະ ມາຊິກອາຊຽນ ແລະ ສປປ ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

ພ້ອມນີ້, ທ່ານນາຍົກລັດຖະມົນຕີ ໄດ້ຢໍ້າຄືນວ່າ ສປປ ລາວ ເເມ່ນໃຫ້ຄວາມສຳຄັນຕໍ່ອາຊຽນໃນການຈັດຕັ້ງປະຕິ ບັດນະໂຍບາຍການຕ່າງປະເທດ ຂອງ ສປປ ລາວ ແລະເຫັນວ່າ ອາຊຽນເປັນເວທີພາກພື້ນສຳຄັນ ເພື່ອສົ່ງເສີມສັນ ຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະ ນາແບບຍືນຍົງ. ສປປ ລາວ ຈະສືບຕໍ່ ຂັບເຄື່ອນບູລິມະສິດການພັດທະນາແຫ່ງຊາດ ແລະສຸມໃສ່ຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 10 ( 2026-2030 ) ແລະ ການຫຼຸດພົ້ນອອກຈາກສະຖານະ ພາບປະເທດດ້ອຍພັດທະນາຜ່ານນະໂຍບາຍເສດຖະກິດເອກະລາດເປັນເຈົ້າຕົນເອງ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ ຟີລິບປິນ ທີ່ໄດ້ດໍາເນີນການເປັນປະທານອາຊຽນດ້ວຍຜົນສໍາເລັດອັນຈົບງາມມາຮອດປັດຈຸບັນ ແລະ ຫວັງວ່າຈະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະ ຊຸມສຸດຍອດທີ່ກ່ຽວຂ້ອງ, ຊຶ່ງຈະຈັດຂຶ້ນເເຕ່ວັນທີ 15-17 ພະຈິກ 2026 ທີ່ມະນີລາ ຟິລິບປິນ.
ພ້ອມນີ້, ສປປ ລາວ ກຽມພ້ອມສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ບົນພື້ນຖານຄວາມອາດສາມາດຂອງຕົນ ຕໍ່ການເປັນປະທານອາຊຽນ ຂອງ ສິງກະໂປ ໃນປີ 2027.


