ວັນສຸກ ທີ 23 ຕຸລາ 2026ອັບເດດລ່າສຸດ 16:41ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຂວງບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການ ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ໂດຍ kaling
· 7 ມື້ ກ່ອນອ່ານ 2 ນາທີ3 ຄັ້ງ
Copy of pele - 2026-10-16T093720.155

ພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຢູ່ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນເປັນທາງການໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟື້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ໃຫ້ກຽດໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ, ຕາງໜ້າພະແນການ, ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.

ທ່ານ ພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ ຕາງໜ້າໃຫ້ຄະນະກຳມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ ສະຫຼຸບລາຍງານຜົນການເຄື່ອນໄຫວວຽກງານຕ້ານ ແລະ ສະກັດກັ້ນຢາເສບຕິດໃນໄລຍະ 1 ປີຜ່ານມາ ສະພາບການຊື້-ຂາຍ ແລະ ລະບາດຂອງຢາເສບຕິດໃນທົ່ວໂລກ ແລະ ພາກພື້ນ ຍັງຄົງຜັນແປຢ່າງສັບສົນ ແລະ ສ້າງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ. ສຳລັບແຂວງບໍລິຄຳໄຊ ຍັງຖືກກູ່ມຄົນບໍ່ຫວັງດີໃຊ້ເປັນເສັ້ນທາງຂົນສົ່ງ ແລະ ມີກຸ່ມຄົນບໍ່ດີລັກລອບປູກຝິ່ນ-ກັນຊາ ຢູ່ເຂດພູດອຍ ພ້ອມທັງມີກຸ່ມໄວໜຸ່ມ, ນັກຮຽນ-ນັກສຶກສາ ຕົກເປັນທາດຂອງຢາເສບຕິດ. ຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດ ຢ່າງເປັນເຈົ້າການ, ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ສາມາດຍາດໄດ້ຜົນງານອັນພົ້ນເດັ່ນ ໂດຍສະເພາະ ຄະດີທີ່ສານຕັດສິນໃຊ້ໄດ້ເດັດຂາດແລ້ວ (161 ເລື່ອງ, ນັກໂທດ 211 ຄົນ) ສານເສບຕິດຂອງກາງທີ່ນໍາມາທຳລາຍປະຈຳປີ 2026 ປະກອບມີ: ຢາບ້າ 6,350,798 ເມັດ, ຄັນຊາແຫ້ງ: 3,194 ກິໂລກຼາມ, ຢາດີໄອ (DI): 67,266 ກວດ,ໃບກະທ່ອມ 2,059 ກິໂລກຼາມ, ນ້ຳກະທ່ອມສຳເລັດຮູບ 360 ຕຸກ ,ຢາໄອສ໌: 45 ກິໂລກຼາມ, ຄໍລາເຈັນປະສົມສານເສບຕິດ: 314 ຊອງ, ຢາສູບໄຟຟ້າ: 163 ອັນ, ເຄຕາມິນ (ຢາເຄ): 01 ກິໂລກຼາມ, ສານເຄມີ ແລະ ແປ້ງຜະລິດຢາບ້າ: ແປ້ງຜະລິດຢາບ້າ 51 ກິໂລກຼາມ, ຄາເຟອິນ 52 ກິໂລກຼາມ, ແປ້ງຂາວ 108 ກິໂລກຼາມ, ແປ້ງຝຸ່ນ 124.5 ກິໂລກຼາມ, ສີປະສົມ ແລະ ນ້ຳຢາແຕ່ງກິ່ນຈຳນວນໜຶ່ງ.

ສັງລວມແລ້ວ ຢາບ້າ ຍັງຄົງເປັນອັນດັບໜຶ່ງທີ່ແຜ່ລະບາດໜັກກວມເອົາ 70% ໂດຍສະເພາະໃນກຸ່ມຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນ ແລະ ກຳມະກອນ. ສ່ວນອີກ 30% ແມ່ນການມົ້ວສຸມສິ່ງເສບຕິດປະເພດໃໝ່ ເຊັ່ນ: ຢາເຄ, ນ້ຳກະທ່ອມ, ກາເຟ ແລະ ຄໍລາເຈັນປະສົມສານເສບຕິດ ທີ່ກຳລັງແຜ່ລາມຕາມຮ້ານອາຫານ, ຮ້ານບັນເທີງ ແລະ ຮ້ານຄາລະໂອເກະ. ຕໍ່ກັບບັນຫາຫຍໍ້ທໍ້ດັ່ງກ່າວ, ທາງເຈົ້າໜ້າທີ່ ແລະ ພາກສ່ວນທີ່່ຽວຂ້ອງ ໄດ້ວາງມາດຕະການຢ່າງເດັດຂາດໃນຕໍ່ໜ້າ ໂດຍຈະສືບຕໍ່ຜັນຂະຫຍາຍວາລະແຫ່ງຊາດ, ສ້າງບ້ານ ແລະ ຄອບຄົວປອດຢາເສບຕິດ, ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ເຂົ້າເຖິງທຸກກຸ່ມເປົ້າໝາຍ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ປະຊາຊົນ ແລະ ນັກຸລະກິດ ຮ່ວມມືກັນເປັນເຈົ້າການ ເພື່ອປົກປ້ອງລູກຫຼານໃຫ້ຫຼຸດພົ້ນຈາກໄພພິບັດຢາເສບຕິດຢ່າງຮອບດ້ານ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນສຸກ 23 ຕຸລາ 2026 · ຂຶ້ນ 12 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່