ວັນສຸກ ທີ 23 ຕຸລາ 2026ອັບເດດລ່າສຸດ 16:41ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເກີດເຫດກາດຍິງຢູ່ໂຮງຮຽນປະຖົມສະຫະລັດ ເສຍຊີວິດຢ່າງໜ້ອຍ 4 ຄົນ ໃນນັ້ນເປັນນັກຮຽນ 3 ຄົນ

ໂດຍ kaling
· 7 ມື້ ກ່ອນອ່ານ 2 ນາທີ18 ຄັ້ງ
Copy of pele - 2026-10-16T105044.250

ເກີດເຫດຍິງກາດຢູ່ໂຮງຮຽນປະຖົມໃນລັດອໍຣີກອນຂອງສະຫະລັດ ມີລາຍງານຜູ້ເສຍຊີວິດ 4 ລາຍ ເປັນເດັກນ້ອຍ 3 ຄົນ ແລະ ຜູ້ໃຫຍ່ 1 ຄົນ ສ່ວນຜູ້ຕ້ອງສົງໄສເສຍຊີວິດຢູ່ໃນທີ່ເກີດເຫດ ຕຳຫຼວດກຳລັງເລ່ງກວດສອບຂໍ້ເທັດຈິງຮ່ວມກັບເອຟບີໄອ (FBI).

ເກີດເຫດຍິງກາດຂຶ້ນພາຍໃນໂຮງຮຽນປະຖົມຊິລເວີເຣລ (Silver Rail Elementary School) ໃນເມືອງເບນ, ລັດອໍຣີກອນຂອງສະຫະລັດ ເມື່ອວັນທີ 15 ຕຸລາ ຕາມເວລາທ້ອງຖິ່ນ ມີລາຍງານຜູ້ເສຍຊີວິດ 4 ລາຍ ປະກອບມີເດັກນ້ອຍ 3 ຄົນ ແລະ ຜູ້ໃຫຍ່ 1 ຄົນ ຂະນະທີ່ຜູ້ຕ້ອງສົງໄສທີ່ກໍ່ເຫດມີອາຍຸປະມານ 15-16 ປີ ກໍເສຍຊີວິດດ້ວຍເຊັ່ນກັນ ຢ່າງໃດກໍຕາມ ຕົວເລກຜູ້ເສຍຊີວິດຍັງເປັນຂໍ້ມູນເບື້ອງຕົ້ນ ແລະ ອາດມີການປ່ຽນແປງໄດ້.

ຕຳຫຼວດເມືອງເບນເປີດເຜີຍວ່າ ໄດ້ຮັບແຈ້ງເຫດຄັ້ງທຳອິດເມື່ອເວລາປະມານ 13:00 ໂມງ ຕາມເວລາທ້ອງຖິ່ນ ຫຼັງຈາກມີລາຍງານວ່າຊາຍຄົນໜຶ່ງໃຊ້ອາວຸດປືນຍິງໃສ່ລົດຍົນຢູ່ບໍລິເວນໂຮງຮຽນ ກ່ອນທີ່ຈະມີຜູ້ໂທແຈ້ງເຫດສຸກເສີນເພີ່ມເຕີມວ່າ ຜູ້ກໍ່ເຫດໄດ້ເຂົ້າໄປໃນອາຄານຮຽນແລ້ວເປີດສາກຍິງ.

ເມື່ອເຈົ້າໜ້າທີ່ຕຳຫຼວດໄປເຖິງ ກໍພົບຜູ້ຕ້ອງສົງໄສຖືກຍິງເສຍຊີວິດຢູ່ພາຍໃນອາຄານໂຮງຮຽນ ແຕ່ໃນຂະນະນີ້ຍັງບໍ່ທັນຊາບແນ່ຊັດວ່າແມ່ນໃຜເປັນຜູ້ຍິງຜູ້ຕ້ອງສົງໄສ ໂດຍມີລາຍງານຜູ້ໄດ້ຮັບບາດເຈັບຫຼາຍຄົນ ແລະ ຢ່າງໜ້ອຍ 2 ຄົນຖືກນຳຕົວສົ່ງໂຮງໝໍ ສ່ວນອາການນັ້ນຍັງບໍ່ມີການເປີດເຜີຍຢ່າງຈະແຈ້ງ.

ຫຼັງຈາກເກີດເຫດ ເຈົ້າໜ້າທີ່ໄດ້ເລ່ງອົບພະຍົບຜູ້ທີ່ຢູ່ພາຍໃນໂຮງຮຽນອອກຈາກອາຄານ ໂດຍກວດສອບຫ້ອງຮຽນເທື່ອລະຫ້ອງ ຂະນະທີ່ສຳນັກງານສືບສວນກາງສະຫະລັດ ຫຼື ເອຟບີໄອ (FBI) ໄດ້ສົ່ງເຈົ້າໜ້າທີ່ເຂົ້າຊ່ວຍເຫຼືອໜ່ວຍງານທ້ອງຖິ່ນໃນການສືບສວນ-ສອບສວນເຫດການໃນຄັ້ງນີ້.

ທາງດ້ານເຂດການສຶກສາເບນ-ລາໄພນ໌ ໄດ້ປະກາດປິດໂຮງຮຽນທຸກແຫ່ງໃນສັງກັດໃນວັນສຸກ ເພື່ອຮັບມືກັບເຫດການສະເທືອນຂວັນດັ່ງກ່າວ ໂດຍເຈົ້າໜ້າທີ່ຍັງຄົງເລ່ງສືບສວນຫາສາເຫດ ແລະ ລາຍລະອຽດເພີ່ມເຕີມຂອງການຍິງກາດໃນຄັ້ງນີ້.

ທີ່ມາ: BBC

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນສຸກ 23 ຕຸລາ 2026 · ຂຶ້ນ 12 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່