MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ຫລວງນໍ້າທາ ກັກຕົວໄວລຸ້ນມົ້ວສຸມສິ່ງເສບຕິດຄໍລາເຈນ, ຢາສູບໄຟຟ້າ ແລະ ນ້ຳກະທ່ອມ 6 ຄົນ

ປກສ ຫລວງນໍ້າທາ ກັກຕົວໄວລຸ້ນມົ້ວສຸມສິ່ງເສບຕິດຄໍລາເຈນ, ຢາສູບໄຟຟ້າ ແລະ ນ້ຳກະທ່ອມ 6 ຄົນ

kaling
ເຜີຍແຜ່: 14 October 2026, 15:27
ປັບປຸງຫຼ້າສຸດ: 14 October 2026, 15:27
ອ່ານ 0 ຄັ້ງ
Copy of pele - 2026-10-14T150222.077

ປກສ ແຂວງຫລວງນໍ້າທາ ລາຍງານວ່າ: ວັນທີ 13 ຕຸລາ 2026 ພະແນກຕຳຫລວດ ກອງບັນຊາການ ປກສ ເມືອງຫລວງນ້ຳທາ ແຂວງຫລວງນ້ຳທາ ໄດ້ນຳເອົາກຸ່ມໄວລຸ້ນມົ້ວສຸມສິ່ງເສບຕິດ ແລະ ສານມຶນເມົາ ປະເພດຄໍລາເຈນ, ຢາສູບໄຟຟ້າ ແລະ ນ້ຳກະທ່ອມ ຈຳນວນ 6 ຄົນ, ຍິງ 3 ຄົນ ມາສຶກສາອົບຮົມ ແລະ ກ່າວເຕືອນ ຢູ່ກອງບັນຊາການ.

ພັນຕີ ຄຳແຍງ ວົງດາສັກ ຫົວໜ້າໜ່ວຍງານສືບສວນ-ສອບສວນ ພະແນກຕຳຫລວດ ປກສ ເມືອງຫລວງນ້ຳທາ ແລະ ທີມງານວິຊາສະເພາະ ໄດ້ອະທິບາຍ ແລະ ຊີ້ແຈງໃຫ້ກຸ່ມໄວລຸ້ນທັງ 6 ຄົນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເຖິງຜົນຮ້າຍ ໄພອັນຕະລາຍຂອງການມົ້ວສຸມສິ່ງເສບຕິດ ແລະ ສານມຶນເມົາດັ່ງກ່າວ. ພ້ອມທັງຍົກໃຫ້ເຫັນເຖິງການກະທຳທີ່ລະເມີດຕໍ່ລະບຽບກົດໝາຍ ເຊິ່ງອາດນຳໄປສູ່ການດຳ ເນີນຄະດີຕາມຂັ້ນຕອນທາງກົດໝາຍໃນຕໍ່ໜ້າ ຫາກຍັງມີການເຄື່ອນໄຫວດັ່ງກ່າວອີກ.

ຈາກນັ້ນ, ເຈົ້າໜ້າທີ່ໄດ້ສ້າງບົດບັນທຶກສຶກສາອົບຮົມ ແລະ ກ່າວເຕືອນ ເພື່ອເປັນຫລັກຖານໃນການຕິດຕາມກວດກາ ແລະ ການນຳໃຊ້ມາດຕະການຕໍ່ພວກກ່ຽວ ວ່າຈະບໍ່ກັບໄປພົວພັນ ຫລື ມົ້ວສຸມກັບສິ່ງເສບຕິດເຫລົ່ານັ້ນອີກ. ພ້ອມທັງສົ່ງມອບພວກກ່ຽວໃຫ້ແກ່ຄອບຄົວ ຊ່ວຍຕິດຕາມເບິ່ງແຍງ ເພື່ອປັບປຸງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງສັງຄົມ.

ແບ່ງປັນ:
‹ ກັບໄປໝວດUncategorized
ມື້ນີ້ · ຂໍ້ມູນສົດ ວັນພຸດ 14 ຕຸລາ 2026 · ຂຶ້ນ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ