ວັນອັງຄານ ທີ 27 ຕຸລາ 2026ອັບເດດລ່າສຸດ 14:12ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ການປະທ້ວງຮອບໃໝ່ໃນຝຣັ່ງ ມີຜູ້ຖືກຈັບແລ້ວ 135 ຄົນ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ5 ຄັ້ງ
2ba9a9d3-abd9-47a1-8d21-385a945e916d
ADadvertisement
ADadvertisement
ADadvertisement

ປະຊາຊົນຫຼາຍໝື່ນຄົນໃນປະເທດຝຣັ່ງ ໄດ້ກັບມາຊຸມນຸມປະທ້ວງຕາມຖະໜົນຫົນທາງໃນຫຼາຍເມືອງທົ່ວປະເທດ ເພື່ອຮຽກຮ້ອງໃຫ້ລັດຖະບານເລັ່ງແກ້ໄຂບັນຫາດ້ານການສຶກສາ ແລະ ຄ່າຄອງຊີບທີ່ສູງຂຶ້ນ.

ເຖິງແມ່ນວ່າການປະທ້ວງສ່ວນໃຫຍ່ຈະເປັນໄປຢ່າງສະຫງົບ ແຕ່ກໍມີລາຍງານວ່າ ເກີດເຫດຮຸນແຮງໃນບາງພື້ນທີ່ ໂດຍກຸ່ມຜູ້ປະທ້ວງໄດ້ປະທະກັບຕຳຫຼວດ ຈົນເຈົ້າໜ້າທີ່ຕ້ອງໃຊ້ແກັສນ້ຳຕາ ແລະ ລົດສີດນ້ຳແຮງດັນສູງເພື່ອສະຫຼາຍການຊຸມນຸມ. ຂະນະດຽວກັນ ມີລາຍງານວ່າ ຜູ້ປະທ້ວງຢ່າງໜ້ອຍ 135 ຄົນ ຖືກຈັບກຸມແລ້ວ.

ສຳລັບການປະທ້ວງຮອບນີ້ໃນກຸງປາຣີ ເຫດການໂດຍລວມເປັນໄປຢ່າງສະຫງົບ ບໍ່ມີການທຳລາຍຊັບສິນ ຫຼື ບຸກເຂົ້າປຸ້ນຮ້ານຄ້າ. ຄາດວ່າ ສາເຫດໜຶ່ງອາດເປັນເພາະມີການກະກຽມກຳລັງເຈົ້າໜ້າທີ່ຮັກສາຄວາມສະຫງົບໄວ້ຢ່າງຄອບຄຸມໃນທຸກພື້ນທີ່. ໂດຍລັດຖະບານຝຣັ່ງໄດ້ກະກຽມເຈົ້າໜ້າທີ່ຫຼາຍກວ່າ 70,000 ຄົນ ເພື່ອຮັບມືກັບການປະທ້ວງໃນອາທິດນີ້.

ຜູ້ປະທ້ວງຄົນໜຶ່ງໃນກຸງປາຣີ ໃຫ້ສຳພາດກັບນັກຂ່າວ BBC ວ່າ ການປະທ້ວງຈະດຳເນີນຕໍ່ໄປ ຈົນກວ່າ ທ່ານ ເອມານູແອນ ມາກຣົງ (Emmanuel Macron) ປະທານາທິບໍດີຝຣັ່ງ ຈະຮັບຟັງສຽງຂອງປະຊາຊົນ ທັງບັນຫາຄ່າຄອງຊີບ ພາສີ ແລະ ບັນຫາໃນໂຮງຮຽນ.

ຂະນະທີ່ຜູ້ປະທ້ວງອີກຄົນໜຶ່ງຊຶ່ງເປັນໄວລຸ້ນ ກ່າວວ່າ ຄົນລຸ້ນໃໝ່ໃນຝຣັ່ງຮູ້ສຶກວ່າຕົນເອງຂາດອະນາຄົດ ແລະ ຖືກລັດຖະບານປະຖິ້ມ. ນອກຈາກນີ້ ຍັງມີບັນຫາການໃຊ້ຄວາມຮຸນແຮງຂອງຕຳຫຼວດ ທີ່ເຮັດໃຫ້ຫຼາຍຄົນຕ້ອງໃຊ້ຊີວິດຢ່າງຫວາດລະແວງ ແລະ ຫວາດກົວ ກ່ອນທີ່ຄວາມອັດອັ້ນທີ່ສະສົມມາດົນນານຈະລະເບີດອອກ ກາຍເປັນການປະທ້ວງທີ່ກຳລັງເກີດຂຶ້ນໃນຂະນະນີ້.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 27 ຕຸລາ 2026 · ແຮມ 1 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່