ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 16:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ0 ຄັ້ງ
ADadvertisement
ADadvertisement
ADadvertisement

ການຈັດຝຶກອົບຮົມໃນຄັ້ງນີ້, ກໍ ເພື່ອເຮັດໃຫ້ພະນັກງານວິຊາການ  ທີ່ຮັບຜິດຊອບວຽກງານດັ່ງກ່າວ ທັງຂັ້ນແຂວງ ແລະ ເມືອງ ໄດ້ຮັບຮູ້, ເຂົ້າໃຈ ຄວາມໝາຍ, ຄວາມສຳຄັນ  ຂອງວຽກງານກວດສອບສານພິດ ຕົກຄ້າງໃນພືດຜັກ ແລະ ໝາກໄມ້ ແນໃສ່ໃນການສ້າງຄວາມເຂັ້ມແຂງ  ທາງດ້ານວິຊາການ ພ້ອມທັງ ສາ ມາດເຄ່ືອນໄຫວຈັດຕ້ັງປະຕິບັດຕົວຈິງ ຢູ່ຂົງເຂດຄວາມຮັບຜິດຊອບ ຂອງຕົນໄດ້ຢ່າງມີປະສິດທິພາບ, ຖືກຕ້ອງຕາມຫລັກການ. ນອກນັ້ນ,  ຍັງເປັນການສ້າງຄວາມເຊື່ອໝັ້ນ  ໃຫ້ແກ່ຜູ້ບໍລິໂພກ ແລະ ຫລຸດຜ່ອນ ສານພິດຈາກພືດຜັກ, ໝາກໄມ້ ເຂົ້າ ສູ່ຮ່າງກາຍ ອັນຈະສົ່ງຜົນກະທົບຕ່ ສຸຂະພາບຂອງຄົນເຮົາ. ການຝຶກ ອົບຮົມໃນຄັ້ງນີ້, ບັນດາສຳມະນາ ກອນ ໄດ້ຮຽນຮູ້ທັງພາກທິດສະດີ  ໂດຍສະເພາະ ຮູບແບບ, ວິທີການ, ຂະບວນການ, ຂັ້ນຕອນ ແລະ ຫລັກ ການວິໄຈຕ່າງໆ ພ້ອມທັງລົງເຄື່ອນ ໄຫວຈັດຕ້ັງປະຕິບັດຢູ່ພ້ືນທີ່ຕົວຈິງ  ດ້ວຍການສຸ່ມຕົວຢ່າງວິໄຈ ຢູ່ກຸ່ມ ປູກພືດຜັກເຮືອນຮົມ ບ້ານວຽງສາ, ຕະຫລາດບ້ານຖິ່ນ ແລະ ຕະຫລາດ ໜອງແມງດາ.

ພາຍຫລັງສຳເລັດການຝຶກ ອົບຮົມດັ່ງກ່າວແລ້ວ ຈະໄດ້ມີການ ລົງເຄື່ອນໄຫວ ຈັດຕັ້ງປະຕິບັດການ ກວດສອບສານພິດຕົກຄ້າງ ໃນພືດ ຜັກ ແລະ ໝາກໄມ້ ຢ່າງເປັນທາງ ການ ຢູ່ຕະຫລາດໜອງແມງດາ  ຕື່ມອີກ.   ຂ່າວ-ພາບ: ຄານມະນີ ຮຽນດໍຈັນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່