
ປະກົດການ“ແມງກະພຸນອະວະກາດ”ເທິງທ້ອງຟ້າ ເຂດແຄມຝັ່ງທາງຕາເວັນອອກຂອງລັດຟລໍຣິດາ ສະຫະລັດອາເມລິກາ.

ວັນທີ 13 ຕຸລາ 2026, ອົງການ NASA ເຜີຍແຜ່ພາບປະກົດການແສງທີ່ມີລັກສະນະຄ້າຍກັບແມງກະພຸນຍັກ ຫຼັງຈາກບໍລິສັດ SpaceX ປ່ອຍຈະຫຼວດ Falcon 9 ຈາກຖານປ່ອຍຈະຫຼວດແຫຼມຄານາເວີຣັລ ລັດຟລໍຣິດາ ສະຫະລັດອາເມລິກາ.
ປະກົດການດັ່ງກ່າວສາມາດເຫັນໄດ້ໃນຫຼາຍລັດທາງພາກຕາເວັນອອກຂອງສະຫະລັດฯ ລວມທັງລັດຈໍເຈຍ, ນອດແຄໂຣໄລນາ ແລະ ເຊົາແຄໂຣໄລນາ ສ້າງຄວາມຕື່ນຕາຕື່ນໃຈໃຫ້ແກ່ປະຊາຊົນທີ່ພົບເຫັນ.
ອົງການ NASA ອະທິບາຍວ່າ ປະກົດການນີ້ເກີດຈາກແສງຕາເວັນສ່ອງກະທົບກັບກຸ່ມໄອເສຍຈາກຈະຫຼວດໃນຊັ້ນບັນຍາກາດລະດັບສູງ ໃນຊ່ວງໃກ້ພະອາທິດຂຶ້ນ ຫຼື ພະອາທິດຕົກ ເຮັດໃຫ້ກຸ່ມໄອເສຍເກີດແສງເຫຼື້ອມສະຫວ່າງ ມີຮູບຮ່າງຄ້າຍກັບແມງກະພຸນຍັກ.
ຈະຫຼວດລຳນີ້ບັນທຸກເຄື່ອງສະບຽງ, ອຸປະກອນ ແລະ ວຽກຄົ້ນຄວ້າທາງວິທະຍາສາດ ນ້ຳໜັກລວມກວ່າ 2,86 ໂຕນ (6.300 ປອນ) ໄປຍັງສະຖານີອະວະກາດສາກົນ (ISS) ໃນພາລະກິດຂົນສົ່ງເສບຽງຄັ້ງທີ 35 ຂອງ SpaceX.

ພາຍຫຼັງການປ່ອຍຈະຫຼວດຂອງ SpaceX ໃນພາລະກິດຂົນສົ່ງເສບຽງທາງການຄ້າຄັ້ງທີ 35 ຂອງອົງການ NASA ໄປຍັງສະຖານີອະວະກາດສາກົນ (ISS), ຜູ້ທີ່ໄດ້ຊົມເຫັນຕ່າງກໍໄດ້ຕື່ນຕາຕື່ນໃຈກັບປະກົດການອັນງົດງາມ ທີ່ມັກເອີ້ນກັນວ່າ “ແມງກະພຸນອະວະກາດ” (Space Jellyfish).

ໃນຂະນະທີ່ຈະຫຼວດ Falcon 9 ທະຍານຂຶ້ນສູ່ຊັ້ນບັນຍາກາດລະດັບສູງ, ແສງຕາເວັນໄດ້ສ່ອງກະທົບກັບກຸ່ມໄອເສຍທີ່ແຜ່ກະຈາຍອອກຈາກຈະຫຼວດ ເຮັດໃຫ້ເກີດເປັນຮູບຮ່າງເຫຼື້ອມສະຫວ່າງຄ້າຍກັບແມງກະພຸນ ຢູ່ເທິງທ້ອງຟ້າສູງເໜືອໂລກ.

ສິ່ງທີ່ເບິ່ງຄືສັດທະເລທີ່ກຳລັງລ່ອງລອຍຢູ່ໃນທ້ອງຟ້າຍາມຄ່ຳຄືນ ແທ້ຈິງແລ້ວແມ່ນກຸ່ມໄອເສຍຈາກຈະຫຼວດ ທີ່ມີປະຕິສຳພັນກັບຊັ້ນບັນຍາກາດທີ່ເບົາບາງຢູ່ລະດັບສູງ ແລະ ສະທ້ອນແສງຕາເວັນໃນຊ່ວງກ່ອນດວງອາທິດຂຶ້ນພົ້ນຂອບຟ້າ. ປະກົດການນີ້ກໍສາມາດເກີດຂຶ້ນໄດ້ໃນຊ່ວງຫຼັງດວງອາທິດຕົກເຊັ່ນກັນ.

ຊ່ວງເວລາອັນໜ້າປະທັບໃຈເຊັ່ນນີ້ ເຕືອນໃຫ້ພວກເຮົາຮູ້ວ່າ ການເດີນທາງສູ່ອະວະກາດບໍ່ໄດ້ມີພຽງແຕ່ການສຳຫຼວດ ແລະ ວິທະຍາສາດເທົ່ານັ້ນ ແຕ່ຍັງສາມາດສ້າງແຮງບັນດານໃຈ ແລະ ຄວາມຕື່ນຕະລຶງໃຫ້ແກ່ທຸກຄົນທີ່ເງີຍໜ້າຂຶ້ນເບິ່ງທ້ອງຟ້າ!


ທີ່ມາ: NASA’s Kennedy Space Center
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່





