ວັນສຸກ ທີ 23 ຕຸລາ 2026ອັບເດດລ່າສຸດ 10:55ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ການກິນອາຫານຕາມກຣຸ໊ບເລືອດ ຊ່ວຍໃຫ້ສຸຂະພາບດີຂຶ້ນໄດ້ແທ້ ຫຼືເປັນພຽງຄວາມເຊື່ອ?

ໂດຍ Jenjila
· 1 ຊົ່ວໂມງ ກ່ອນອ່ານ 2 ນາທີ1 ຄັ້ງ
ການກິນອາຫານຕາມກຣຸ໊ບເລືອດ ຊ່ວຍໃຫ້ສຸຂະພາບດີຂຶ້ນໄດ້ແທ້ ຫຼືເປັນພຽງຄວາມເຊື່ອ?

ກະແສການຮັກສາສຸຂະພາບຍັງຄົງມາແຮງຢ່າງຕໍ່ເນື່ອງ. ໜຶ່ງໃນແນວຄິດທີ່ຖືກນຳມາເວົ້າເຖິງຢູ່ສະເໝີ ຄື “ການກິນອາຫານຕາມກຣຸ໊ບເລືອດ” ເຊິ່ງເຊື່ອກັນວ່າ ໝູ່ເລືອດແຕ່ລະປະເພດມີລະບົບຍ່ອຍອາຫານ ແລະການເຜົາຜານພະລັງງານທີ່ແຕກຕ່າງກັນ. ການເລືອກກິນອາຫານໃຫ້ເໝາະສົມອາດຊ່ວຍໃຫ້ຮ່າງກາຍເຮັດວຽກໄດ້ດີຂຶ້ນ, ຫຼຸດອາການອ່ອນເພຍ ແລະຄວບຄຸມນ້ຳໜັກໄດ້ງ່າຍຂຶ້ນກວ່າເກົ່າ.

ກຣຸ໊ບເລືອດເອ A: ສາຍກິນສະອາດ ຮັກສຸຂະພາບ

ຜູ້ທີ່ມີໝູ່ເລືອດ A ມັກຖືກແນະນຳໃຫ້ເນັ້ນອາຫານທີ່ຍ່ອຍງ່າຍ ແລະ ເນັ້ນອາຫານຈາກພືດເປັນຫຼັກ.

ອາຫານທີ່ເໝາະສົມ: ປາ (ຍົກເວັ້ນປາເນື້ອຂາວ), ຖົ່ວແລະທັນຍະພືດ, ຊີ້ນໄກ່, ໄຂ່ໄກ່ ແລະໝາກໄມ້.

ອາຫານທີ່ຄວນຫຼີກລ່ຽງ: ປາເນື້ອຂາວ, ນົມ, ເບຍ, ນ້ຳອັດລົມ ແລະ ເຄື່ອງດື່ມທີ່ມີຄາເຟອີນສູງ.

ກຣຸ໊ບເລືອດບີ B: ສາຍນ້ຳໜັກຂຶ້ນງ່າຍ ຕ້ອງເລືອກກິນໃຫ້ເປັນ

ກຣຸ໊ບເລືອດນີ້ມີລະບົບຍ່ອຍອາຫານທີ່ຂ້ອນຂ້າງຍືດຫຍຸ່ນ ແຕ່ຖ້າເລືອກອາຫານບໍ່ເໝາະສົມ ກໍອາດເຮັດໃຫ້ໄຂມັນສະສົມໄດ້ງ່າຍ.

ອາຫານທີ່ເໝາະສົມ: ປາທະເລນ້ຳເລິກ, ປາເນື້ອຂາວ, ຊີ້ນແກະ, ຊີ້ນແບ້, ນົມ, ເນີຍ, ເຂົ້າກ້ອງ, ຜັກ ແລະຊາສະໝຸນໄພ.

ອາຫານທີ່ຄວນຫຼີກລ່ຽງ: ອາຫານທະເລບາງຊະນິດ, ຊີ້ນສັດບາງປະເພດ ແລະ ແປ້ງສາລີ.

ກຣຸ໊ບເລືອດເອບີ AB: ສາຍຮັກຄວາມສົມດຸນ ແຕ່ລະບົບຍ່ອຍອາຫານອ່ອນໄຫວ

ເປັນໝູ່ເລືອດທີ່ມີລັກສະນະປະສົມລະຫວ່າງ A ແລະ B ດັ່ງນັ້ນ ຈຶ່ງຄວນເລືອກກິນອາຫານທີ່ບໍ່ໜັກຈົນເກີນໄປ.

ອາຫານທີ່ເໝາະສົມ: ໝາກອະງຸ່ນ, ໝາກເບີຣີ້, ໝາກສົ້ມໂອ, ຖົ່ວເຫຼືອງ, ນ້ຳເຕົ້າຫູ້, ໂຍເກິດ, ເຂົ້າໂອັດ, ໄຂ່, ນົມ ແລະຜັກຫຼາກຫຼາຍຊະນິດ.

ອາຫານທີ່ຄວນຫຼີກລ່ຽງ: ປາເນື້ອຂາວ, ຖົ່ວແດງ, ໝາກງາ ແລະ ສາລີ.

ກຣຸ໊ບເລືອດໂອ O: ສາຍໂປຣຕີນ ເດັ່ນດ້ານການເຜົາຜານພະລັງງານ

ເຊື່ອກັນວ່າຮ່າງກາຍຂອງຜູ້ທີ່ມີກຣຸ໊ບເລືອດໂອ O ເໝາະກັບອາຫານທີ່ມີໂປຣຕີນສູງ ແລະການໃຊ້ພະລັງງານຫຼາຍ.

ອາຫານທີ່ເໝາະສົມ: ຊີ້ນສັດເກືອບທຸກຊະນິດ (ຍົກເວັ້ນຊີ້ນໝູ), ປາ, ອາຫານທະເລ, ຜັກ, ໝາກໄມ້ ແລະຊາສະໝຸນໄພ.

ອາຫານທີ່ຄວນຫຼີກລ່ຽງ: ຊີ້ນໝູ, ແປ້ງສາລີ ແລະເນີຍແຂງ.

ມຸມມອງຈາກຜູ້ຊ່ຽວຊານ

ເຖິງວ່າການກິນອາຫານຕາມກຣຸ໊ບເລືອດຈະໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ແຕ່ຜູ້ຊ່ຽວຊານດ້ານໂພຊະນາການເນັ້ນຢ້ຳວ່າ ປັດຈຸບັນຍັງບໍ່ມີຫຼັກຖານທາງວິທະຍາສາດທີ່ຊັດເຈນມາຢືນຢັນວ່າ ກຣຸ໊ບເລືອດມີຜົນໂດຍກົງຕໍ່ການຫຼຸດນ້ຳໜັກ ຫຼື ສຸຂະພາບ.

ສິ່ງທີ່ສຳຄັນທີ່ສຸດຍັງຄົງເປັນການກິນອາຫານໃຫ້ຄົບ 5 ໝູ່, ເລືອກອາຫານສົດ, ຫຼຸດອາຫານຫວານ, ມັນ ແລະເຄັມ ພ້ອມທັງພັກຜ່ອນໃຫ້ພຽງພໍ.

ສະຫຼຸບ

ການກິນອາຫານຕາມກຣຸ໊ບເລືອດອາດໃຊ້ເປັນແນວທາງໃນການເລືອກອາຫານໄດ້ ແຕ່ບໍ່ຄວນເຄັ່ງຄັດຈົນເກີນໄປ ແລະ ຄວນຮັບຟັງສັນຍານຈາກຮ່າງກາຍຂອງຕົນເອງເປັນຫຼັກ.

ແຫຼ່ງຂໍ້ມູນອ້າງອີງ

  • Harvard Health Publishing — ບົດຄວາມເລື່ອງ Blood Type Diet
  • American Heart Association (AHA) — ສະມາຄົມຫົວໃຈອາເມລິກາ
  • World Health Organization (WHO) — ອົງການອະນາໄມໂລກ, ດ້ານໂພຊະນາການ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດສາລະໜ້າຮູ້
ມື້ນີ້ · ຂໍ້ມູນສົດ ວັນສຸກ 23 ຕຸລາ 2026 · ຂຶ້ນ 12 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່