ວັນສຸກ ທີ 23 ຕຸລາ 2026ອັບເດດລ່າສຸດ 10:23ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະຊາຊົນບ້ານພວນ ໄດ້ຮັບແນວພັນພືດ-ສັດ ແລະ ອຸປະກອນການຜະລິດ

ໂດຍ kaling
· 1 ອາທິດ ກ່ອນອ່ານ 1 ນາທີ2 ຄັ້ງ
Copy of pele - 2026-10-15T152543.614

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈັດພິທີມອບ-ຮັບແນວພັນພືດ, ແນວພັນສັດ ແລະ ອຸປະກອນຕ່າງໆ ໃຫ້ແກ່ປະຊາຊົນບ້ານພວນ ພາຍໃຕ້ໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ພາກເໜືອ ໃນວັນທີ 13 ຕຸລາ 2026 ຕາງໜ້າມອບໂດຍ ທ່ານ ສົມສີ ຊາວພິລາ ຮອງປະທານຄະນະກຳມະການປົກຄອງເມືອງແກ່ນທ້າວ, ມີທ່ານ ກອງທ່ຽນ ໄຊຍະພອນ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງແກ່ນທ້າວ ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ການຊ່ວຍເຫລືອໃນຄັ້ງນີ້, ມີມູນຄ່າລວມທັງໝົດ 290 ລ້ານກວ່າກີບ, ຊຶ່ງປະກອບມີ: ອຸປະກອນກະສິກຳ ແລະ ລ້ອມຮົ້ວ ມູນຄ່າ 112 ລ້ານກວ່າກີບ, ປຸ໋ຍ, ຝຸ່ນ, ຫົວອາຫານ, ແນວພັນພືດ ແລະ ຢາຮັກສາສຸຂະພາບສັດ ມູນຄ່າ 69 ລ້ານກວ່າກີບ, ລູກກົບ ແລະ ລູກປາ ມູນຄ່າ 37 ລ້ານກວ່າກີບ, ເບ້ຍໄມ້ໃຫ້ໝາກ ມູນຄ່າ 34 ລ້ານກວ່າກີບ ແລະ ພໍ່ພັນ-ແມ່ພັນແບ້ ມູນຄ່າ 35 ລ້ານກວ່າກີບ.

ໂອກາດນີ້, ທ່ານ ສົມສີ ຊາວພິລາ ໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ປະຊາຊົນເອົາໃຈໃສ່ ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ທີ່ໄດ້ຮັບຈາກໂຄງການ ໃຫ້ເກີດດອກອອກຜົນຕົວຈິງ, ສາມາດນຳໄປຂະຫຍາຍຜົນ ຫລື ຕໍ່ຍອດ ເພື່ອໃຫ້ການນຳໃຊ້ທຶນຊ່ວຍເຫລືອດັ່ງກ່າວ ເກີດປະສິດທິຜົນສູງສຸດ ແລະ ບັນລຸຕາມຈຸດປະສົງເປົ້າໝາຍຂອງຜູ້ໃຫ້ທຶນ. ພ້ອມດຽວກັນນັ້ນ, ກໍຕ້ອງຕິດພັນກັບການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ໃຫ້ມີຄວາມຍືນຍົງ, ປະກອບສ່ວນຫລຸດຜ່ອນ ທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ເສື່ອມໂຊມ ພ້ອມທັງນຳໃຊ້ຊັບພະຍາກອນທຳມະຊາດ ຢ່າງມີປະສິດທິຜົນ.

ທີ່ມາຂ່າວຈາກ ແຂວງໄຊຍະບູລີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນສຸກ 23 ຕຸລາ 2026 · ຂຶ້ນ 12 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່