ວັນຈັນ ທີ 26 ຕຸລາ 2026ອັບເດດລ່າສຸດ 16:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ລົງຕິດຕາມໂຄງການສຳຄັນ ຢູ່ຄຳມ່ວນ ໂດຍເນັ້ນເລັ່ງລັດການກໍ່ສ້າງໃຫ້ສຳເລັດຕາມແຜນ

ໂດຍ Jenjilaອັບເດດ
· 2 ຊົ່ວໂມງ ກ່ອນອ່ານ 3 ນາທີ13 ຄັ້ງ
864260873_952621197539466_3688410611943934720_n
ADadvertisement
ADadvertisement
ADadvertisement

ວັນທີ 25 ຕຸລາ 2026, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ພ້ອມຄະນະ ໄດ້ລົງຕິດຕາມຄວາມຄືບໜ້າບັນດາໂຄງການສຳຄັນຢູ່ແຂວງຄຳມ່ວນ ເພື່ອຕິດຕາມຜົນການດຳເນີນງານ ແລະ ເລັ່ງແກ້ໄຂບັນດາບັນຫາຄົງຄ້າງ ໂດຍມີ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມຄະນະນຳແຂວງ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ຮ່ວມຕິດຕາມ.

ໂອກາດນີ້, ທ່ານຮອງປະທານປະເທດພ້ອມຄະນະ ໄດ້ລົງຕິດຕາມໂຄງການປັບປຸງ ແລະ ບູລະ ນະສວນອານຸສາວະລີ ປະທານ ໄກສອນ ພົມວິຫານ ຢູ່ບ້ານໂພນສະອາດ ເມືອງທ່າແຂກ ທີ່ໄດ້ຮັບການສະໜັບສະໜູນທຶນຈາກ ບໍລິສັດ ລາວຄາຍຢວນ ມູນຄ່າ 4 ຕື້ກີບ, ຮັບເໝົາກໍ່ສ້າງໂດຍ ບໍລິສັດ TNNN ພັດທະນາເສດຖະກິດ, ການຄ້າ ແລະ ການລົງທຶນ ຈຳກັດຜູ້ດຽວ. ປັດຈຸບັນ ໂຄງການມີຄວາມຄືບໜ້າປະມານ 10% ແລະ ຄາດວ່າຈະສໍາເລັດໃນເດືອນເມສາ 2027. ເພື່ອພັດທະນາເປັນສວນສາທາລະນະທັນສະໄໝ, ເປັນບ່ອນພັກຜ່ອນຂອງປະຊາຊົນ ແລະ ຈຸດດຶງດູດນັກທ່ອງທ່ຽວ ພາຍໃນເມືອງທ່າແຂກ.

ຈາກນັ້ນ ຄະນະໄດ້ລົງຕິດຕາມໂຄງການກໍ່ສ້າງສາຍສົ່ງໄຟຟ້າ 230 kV ແລະ ສະຖານີໄຟຟ້າ 230/115 kV ຂອງບໍລິສັດ (EDL-T) ຢູ່ບ້ານນາຕຸງ ເມືອງມະຫາໄຊ. ໃນນັ້ນ, ວຽກກໍ່ສ້າງສາຍສົ່ງມີຄວາມຄືບໜ້າ 26,5% ແລະ ວຽກກໍ່ສ້າງສະຖານີບັນລຸ 47,2%,. ໂຄງການນີ້ມີຄວາມສຳຄັນຕໍ່ການສະໜອງໄຟຟ້າໃຫ້ເຂດອຸດສາຫະກຳໃນພາກກາງ ແລະ ພາກໃຕ້ ລວມທັງຊ່ວຍເສີມສ້າງຄວາມໝັ້ນຄົງດ້ານພະລັງງານ. ພ້ອມນີ້, ຍັງໄດ້ຕິດຕາມການກໍ່ສ້າງໂຮງຮຽນສາມັນຊົນເຜົ່າ ທີ່ພວມດໍາເນີນການກໍ່ສ້າງ ໂຄງການດັ່ງກ່າວ ຕັ້ງຢູ່ບ້ານໂພນສະອາດ, ມີເນື້ອທີ່ທັງລວມ 37,268 ຕາແມັດ, ມີມູນຄ່າ 183,2 ຕື້ດົງ. ໃນນັ້ນ, ປະກອບມີທຶນຊ່ວຍເຫລືອຈາກລັດຖະບານ ສສ ຫວຽດນາມ ຈໍານວນ 179,7 ຕື້ດົງ ແລະ ທຶນສົມທົບຈາກຝ່າຍ ລັດຖະບານ ສປປ ລາວ ຈໍານວນ 3,4 ຕື້ດົງ. ຮັບເໝົາກໍ່ສ້າງໂດຍບໍລິສັດລົງທຶນການຄ້າ ພີເອັດຊີ ຈໍາກັດ, ຄາດວ່າໂຄງການຈະສໍາເລັດກ່ອນວັນທີ 30 ສິງຫາ 2028. ສ່ວນໂຄງການປັບປຸງທາງຫລວງແຫ່ງຊາດ ເລກ 12 ແຕ່ເມືອງທ່າແຂກ ຫາດ່ານສາກົນນາເພົ້າ ມີຄວາມຍາວລວມທາງຫລວງ ແລະ ທາງເວັ້ນເມືອງປະມານ 147,5 ກິໂລແມັດ, ໃຊ້ທຶນກູ້ຢືມດອກເບ້ຍຕ່ຳ ແລະ ທຶນຊ່ວຍເຫລືອລ້າຈາກອົງການ NEDA ຂອງລາຊະອານາຈັກໄທ ລວມມູນຄ່າ 1.833,747 ລ້ານບາດ. ໂຄງການມີກຳນົດກໍ່ສ້າງ ແຕ່ວັນທີ 15 ກໍລະກົດ 2025 ຫາວັນທີ 14 ມັງກອນ 2028. ປັດຈຸບັນ ຜົນການກໍ່ສ້າງສະເລ່ຍບັນລຸ 34,73% ທຽບໃສ່ແຜນການ 35,31% ໂດຍຍັງຜະເຊີນບັນຫາທ້າທາຍປະກອບມີ ລາຄານ້ຳມັນ ແລະ ວັດສະດຸກໍ່ສ້າງສູງຂຶ້ນ, ຝົນຕົກໜັກ ແລະ ລົດບັນທຸກນ້ຳໜັກເກີນທີ່ສັນຈອນປະມານ 1.300-1.500 ຄັນຕໍ່ວັນ ສົ່ງຜົນຕໍ່ສະພາບທາງ ແລະ ກະທົບຕໍ່ການກໍ່ສ້າງ.

ໃນໂອກາດນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ໃນການປະຕິບັດງານຂອງບໍລິສັດ, ທັງສະເໜີໃຫ້ການນໍາແຂວງຊ່ວຍຊຸກຍູ້ ປະສານງານຢ່າງກົມກຽວ, ລວມເຖິງການຈໍາກັດ ຄຸ້ມຄອງນໍ້າໜັກ ໃນການຂົນສົ່ງ ບໍ່ໃຫ້ສ້າງຄວາມເສຍຫາຍຕື່ມອີກ ຕໍ່ເສັ້ນທາງເລກ 12 ທີ່ກຳລັງສ້ອມແປງກໍ່ສ້າງ ແລະ ການອໍານວຍຄວາມສະດວກໃນດ້ານອື່ນໆ ທີ່ຕິດພັນກັບຄວາມຮັບຜິດ ຊອບຂອງອົງການຈັດຕັ້ງລັດ ເພື່ອເຮັດໃຫ້ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ບັນລຸຜົນສໍາເລັດຕາມຄາດໝາຍ.

ຂ່າວ: ມະນີວັນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 26 ຕຸລາ 2026 · ຂຶ້ນ 15 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່