
ສປ ຈີນເປີດກອງປະຊຸມໃຫຍ່ຄະນະກຳມະການກາງພັກຄອມມູນິດ ຄັ້ງທີ 5 ຢ່າງເປັນທາງການໃນກຸງປັກກິ່ງ

ກອງປະຊຸມໃຫຍ່ຄະນະກຳມະການກາງພັກຄອມມູນິດຈີນ ຄັ້ງທີ 5 ໄດ້ເປີດຂຶ້ນຢ່າງເປັນທາງການໃນກຸງປັກກິ່ງ ໂດຍກຳນົດຈັດຂຶ້ນເປັນເວລາ 4 ວັນ ຄື ວັນທີ 26-29 ຕຸລາ. ການປະຊຸມຄັ້ງນີ້ກຳລັງໄດ້ຮັບຄວາມສົນໃຈຈາກທົ່ວໂລກ ວ່າ ທ່ານ ສີ ຈິ້ນຜິງ ຈະໃຊ້ເວທີນີ້ເພື່ອຜັກດັນນະໂຍບາຍປາບປາມການສໍ້ລາດບັງຫຼວງ ແລະເຂັ້ມງວດຕໍ່ການຍຶດໝັ້ນໃນອຸດົມການຂອງພັກ ເພື່ອເສີມສ້າງອຳນາດການນຳ ແລະວາງຮາກຖານການບໍລິຫານປະເທດ ກ່ອນການຈັດວາງບຸກຄະລາກອນຜູ້ນຳຊຸດໃໝ່ໃນປີ 2027.

ພັກຄອມມູນິດຈີນໄດ້ເລີ່ມການປະຊຸມໃຫຍ່ຄະນະກຳມະການກາງ ຊຸດທີ 20 ຄັ້ງທີ 5 ໃນກຸງປັກກິ່ງແລ້ວໃນມື້ນີ້ (26 ຕຸລາ) ໂດຍຈະດຳເນີນໄປເປັນເວລາ 4 ວັນ ຈົນເຖິງວັນພະຫັດທີ 29 ຕຸລາ. ມີກຳມະການກາງປະມານ 300 ຄົນເຂົ້າຮ່ວມ ເພື່ອພິຈາລະນາແນວທາງສຳຄັນທີ່ຈະກຳນົດທິດທາງການບໍລິຫານພັກໃນລະຍະຕໍ່ໄປ.
ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການກາງພັກຄອມມູນິດຈີນ ເປັນຜູ້ລາຍງານຜົນການດຳເນີນງານຂອງກົມການເມືອງພັກ ພ້ອມທັງຊີ້ແຈງຮ່າງມະຕິກ່ຽວກັບປະເດັນສຳຄັນໃນການຍົກລະດັບການກຳກັບດູແລພັກຢ່າງເຂັ້ມງວດ ແລະຕໍ່ເນື່ອງ.
ສຳນັກຂ່າວຊິນຫົວຂອງທາງການຈີນໄດ້ລະບຸວ່າ ຮ່າງມະຕິດັ່ງກ່າວຄອບຄຸມທັງການສະຫຼຸບຜົນງານ ແລະບົດຮຽນຈາກການກຳກັບດູແລພັກໃນຍຸກໃໝ່, ການປະເມີນສະຖານະການ ແລະ ສິ່ງທ້າທາຍໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພັກ ຕະຫຼອດຈົນການກຳນົດແຜນຍຸດທະສາດສຳລັບການດຳເນີນງານໃນໄລຍະຕໍ່ໄປ.
ທີ່ມາ: China Daily
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







