
ອີຣານປະກາດກົດດັນສະຫະລັດ! ຫ້າມເຮືອຮົບເຂົ້າອ່າວເປີເຊຍ ຂູ່ໃຊ້ຂີປະນາວຸດຈົມເຮືອບັນທຸກເຄື່ອງບິນ ຫາກລ່ວງລ້ຳນ່ານນ້ຳ

ສະຖານະການຄວາມເຄັ່ງຕຶງລະຫວ່າງອີຣານ ແລະ ສະຫະລັດອາເມລິກາ ມີທ່າອ່ຽງທະວີຄວາມຮຸນແຮງຂຶ້ນ ຫຼັງຈາກກອງທັບອີຣານອອກມາປະກາດຈຸດຢືນຢ່າງແຂງກ້າວ ໂດຍຢືນຢັນວ່າ ຈະບໍ່ຍອມໃຫ້ເຮືອຮົບຂອງສະຫະລັດກັບຄືນເຂົ້າມາໃນອ່າວເປີເຊຍ ຫຼື ເຂົ້າໃກ້ເຂດນ່ານນ້ຳຂອງອີຣານຢ່າງເດັດຂາດ ພ້ອມຂູ່ວ່າ ມີອາວຸດທີ່ມີຄວາມແມ່ນຍຳສູງ ສາມາດໂຈມຕີ ແລະ ຈົມເຮືອຮົບສະຫະລັດໄດ້.
ພົນເອກ ອາລີ ອັບດອນລາຮີ (Ali Abdollahi) ເສນາທິການກອງທັບອີຣານ ໄດ້ອອກຖະແຫຼງການຢືນຢັນວ່າ ອີຣານຈະບໍ່ອະນຸຍາດໃຫ້ເຮືອຮົບສະຫະລັດເຂົ້າມາໃນອ່າວເປີເຊຍ ຫຼື ເຂົ້າໃກ້ເຂດນ່ານນ້ຳຂອງປະເທດ ບໍ່ວ່າຈະຢູ່ພາຍໃຕ້ສະຖານະການໃດກໍຕາມ.
ທ່ານລະບຸວ່າ ກອງທັບອີຣານຍັງຄົງມີສັກກະຍະພາບທາງທະຫານສູງ ໂດຍສະເພາະຂີປະນາວຸດທີ່ມີຄວາມແມ່ນຍຳສູງ ຊຶ່ງສາມາດໃຊ້ໂຈມຕີເຮືອຮົບ ລວມເຖິງເຮືອບັນທຸກເຄື່ອງບິນຂອງສະຫະລັດໃຫ້ຈົມລົງໄດ້ ຫາກມີຄວາມພະຍາຍາມລ່ວງລ້ຳເຂົ້າມາ.
ຂະນະດຽວກັນ ທາງການອີຣານຍັງໄດ້ຕອບໂຕ້ຄຳກ່າວອ້າງຂອງສະຫະລັດ ທີ່ລະບຸວ່າ ສະຫະລັດໄດ້ທຳລາຍຂີດຄວາມສາມາດທາງທະຫານຂອງອີຣານໄປເກືອບທັງໝົດແລ້ວ ໂດຍອີຣານມອງວ່າ ຄຳກ່າວອ້າງດັ່ງກ່າວບໍ່ກົງກັບຄວາມເປັນຈິງ.
ຝ່າຍອີຣານໃຫ້ເຫດຜົນວ່າ ຫາກກອງທັບຂອງຕົນຖືກທຳລາຍຈົນໝົດສັກກະຍະພາບແລ້ວແທ້ ສະຫະລັດກໍຄົງບໍ່ຈຳເປັນຕ້ອງເຄື່ອນຍ້າຍເຮືອບັນທຸກເຄື່ອງບິນອອກໄປຢູ່ຫ່າງຈາກຊາຍຝັ່ງອີຣານ ເພື່ອຄວາມປອດໄພ.
ນອກຈາກນີ້ ອີຣານຍັງໄດ້ວາງເງື່ອນໄຂວ່າ ຈະເປີດຊ່ອງແຄບຮໍມຸຊ (Strait of Hormuz) ຄືນອີກຄັ້ງ ກໍຕໍ່ເມື່ອສະຫະລັດຍອມຮັບຂໍ້ຮຽກຮ້ອງຂອງອີຣານ ແລະ ຍອມຮັບຜິດຊອບຕໍ່ການເປີດສາກໂຈມຕີອີຣານກ່ອນ.
ທຣຳ ສົ່ງສັນຍານອາດເປີດສາກໂຈມຕີຄັ້ງໃຫຍ່ຮອບໃໝ່
ຄວາມເຄື່ອນໄຫວຂອງກອງທັບອີຣານເກີດຂຶ້ນ ຫຼັງຈາກ ໂດນັລ ທຣຳ (Donald Trump) ປະທານາທິບໍດີສະຫະລັດ ໄດ້ກ່າວຕໍ່ກຸ່ມຜູ້ສະໜັບສະໜູນໃນລັດຟລໍຣິດາວ່າ ກອງທັບສະຫະລັດອາດຈະເປີດປະຕິບັດການໂຈມຕີທາງອາກາດຄັ້ງໃຫຍ່ຕໍ່ອີຣານອີກຮອບ ຄ້າຍຄືກັບປະຕິບັດການ Epic Fury ໃນຊ່ວງເລີ່ມຕົ້ນຂອງສົງຄາມ.
ລາຍງານລະບຸວ່າ ທຣຳກຳລັງພິຈາລະນາທາງເລືອກລະຫວ່າງການສືບຕໍ່ໃຊ້ມາດຕະການກົດດັນທາງເສດຖະກິດ ແລະ ການປິດລ້ອມທາງທະເລ ກັບການເປີດສາກໂຈມຕີທາງທະຫານຢ່າງເຕັມຮູບແບບ ເພື່ອຫວັງຢຸດຕິສົງຄາມໃຫ້ໄດ້ໂດຍໄວ.
ດ້ານ ທອມ ບາຣັກ (Tom Barrack) ເອກອັກຄະລັດຖະທູດສະຫະລັດປະຈຳຕວກກີ ແລະ ຜູ້ແທນພິເສດດ້ານກິດຈະການຊີຣີ ແລະ ອີຣັກ ກໍໄດ້ສົ່ງສັນຍານເຖິງຄວາມເປັນໄປໄດ້ທີ່ສະຫະລັດອາດຈະຍົກລະດັບປະຕິບັດການທາງທະຫານຄັ້ງໃໝ່.
ທ່ານຢ້ຳວ່າ ເປົ້າໝາຍຂອງສະຫະລັດບໍ່ແມ່ນການປ່ຽນແປງລະບອບການປົກຄອງຂອງອີຣານ ແຕ່ແມ່ນການກຳຈັດໄພຄຸກຄາມດ້ານນິວເຄລຍ ແລະ ກົດດັນໃຫ້ອີຣານກັບຄືນສູ່ໂຕະເຈລະຈາ.
ອີຣານຂູ່ຕອບໂຕ້ທັນທີ ພ້ອມເຕືອນສົງຄາມອາດລຸກລາມທົ່ວພາກພື້ນ
ຂະນະທີ່ ອັບບາສ ອາຣັກຊີ (Abbas Araghchi) ລັດຖະມົນຕີວ່າການກະຊວງການຕ່າງປະເທດອີຣານ ຢືນຢັນວ່າ ປະເທດຂອງຕົນໄດ້ກະກຽມຄວາມພ້ອມສຳລັບສົງຄາມຢ່າງເຕັມທີ່ແລ້ວ ແລະ ຈະຕອບໂຕ້ຢ່າງຮຸນແຮງ ແລະ ທັນທີ ຫາກຖືກໂຈມຕີຈາກສະຫະລັດ.
ທ່ານຍັງເຕືອນວ່າ ການປະທະກັນຄັ້ງໃໝ່ອາດບໍ່ຈຳກັດຢູ່ພຽງສອງປະເທດ ແຕ່ມີຄວາມສ່ຽງທີ່ຈະຂະຫຍາຍຕົວກາຍເປັນຄວາມຂັດແຍ່ງຄັ້ງໃຫຍ່ໃນທົ່ວພາກພື້ນຕາເວັນອອກກາງ.
ຍິ່ງໄປກວ່ານັ້ນ ຮອງຫົວໜ້າຝ່າຍກິດຈະການການເມືອງຂອງກອງກຳລັງພິທັກການປະຕິວັດອິສລາມອີຣານ (IRGC) ຍັງໄດ້ອອກມາເຕືອນວ່າ ຫາກໂຄງລ່າງພື້ນຖານສຳຄັນຂອງອີຣານຖືກໂຈມຕີ ອີຣານອາດຈະຕອບໂຕ້ດ້ວຍການໂຈມຕີສາຍເຄເບິນສື່ສານ ແລະ ສາຍອິນເຕີເນັດໃຕ້ທະເລໃນອ່າວເປີເຊຍ.
ຄຳຂູ່ດັ່ງກ່າວໄດ້ເພີ່ມຄວາມກັງວົນວ່າ ຄວາມຂັດແຍ່ງທາງທະຫານອາດສົ່ງຜົນກະທົບບໍ່ພຽງແຕ່ຕໍ່ຄວາມໝັ້ນຄົງໃນພາກພື້ນ ແຕ່ຍັງອາດກະທົບຕໍ່ການຂົນສົ່ງພະລັງງານ ການຄ້າທາງທະເລ ແລະ ລະບົບການສື່ສານລະຫວ່າງປະເທດ ຫາກສະຖານະການຍັງສືບຕໍ່ຮຸນແຮງຂຶ້ນ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







