ວັນອັງຄານ ທີ 27 ຕຸລາ 2026ອັບເດດລ່າສຸດ 15:18ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກອງປະຊຸມ ປະຈຳປີ ຄັ້ງທີ 31 ລະຫວ່າງ ນາຍົກ ລັດຖະມົນຕີຈີນ-ລັດເຊຍ

ໂດຍ Mahaxanອັບເດດ
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ0 ຄັ້ງ
1763433459983_928
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້ ຢູ່​ນະ​ຄອນ​ ຊານ​ປີເຕີ​ສະ​ເບີກ ​ຂອງລັດ​ເຊຍ, ທ່ານ ຫລີ ​ສຽງນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ແລະ ທ່ານ​ ອິ​ຄາ​ອີວ ວະ​ລາ​ດີ​ມິ​ໂຣ​ວິກມິ​ຊຸ​ສຕິນນາ​ຍົກ​ລັດ​ຖະ​ມົນ​ຕີ​ ລັດ​ເຊຍ​ ໄດ້​ຮ່ວມ​ກັນ​ເປັນ​ປະ​ທານ ​ກອງ​ປະ​ຊຸມ​ ປະ​ຈຳ​ປີ ​ຄັ້ງ​ທີ 31 ລະ​ຫວ່າງ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ-ລັດ​ເຊຍ​. ຈາກນັ້ນ ທ່ານ ຫລີ ​ສຽງ ໄດ້ກ່າວ​ວ່າ: ປັດ​ຈຸ​ບັນ, ການ​ພົວ​ພັນ​ຄູ່​ຮ່ວມ ​ປະ​ສານ​ງານ​ຍຸດ​ທະ​ສາດ ​ຮອບ​ດ້ານ ​ລະ​ຫວ່າງ ສປ ​ຈີນ-ລັດ​ເຊຍ ​ໃນ​ຍຸກ​ໃໝ່​​ ພວມ​ເຂົ້າ​ສູ່ ໄລ​ຍະ​​ໃໝ່ ​ທີ່​ມີ​ຜົນ​ສຳ​ເລັດ​ ຫລາຍກວ່າ​ເກົ່າ ​ແລະ​ ມີ​ການ​ພັດ​ທະ​ນາ​ ໄວ​ກວ່າ​ເກົ່າ.ສປ ຈີນ ​ຍິນ​ດີ​ຮ່ວມ​ກັບ ​ລັດ​ເຊຍ ​ຊຸກ​ຍູ້​ການ​ຮ່ວມ​ມື ​ໃນ​ຂົງ​ເຂດ​ຕ່າງໆ​ ໃຫ້​​ລົງ​ສູ່​ລວ​ງ​ເລິກ ​​ແລະ ​ເປັນ​ຮູບ​ປະ​ທຳ ຢ່າງ​ບໍ່​ຢຸດ​ຢັ້ງ, ຫັນ​ຄວາມ​ຮັບ​ຮູ້​ ທີ່​ເປັນ​ເອ​ກະ​ພາບ​ກັນ ​ອັນ​ສຳ​ຄັນ ​ລະ​ຫວ່າງ​ ປະ​ມຸກ​ລັດ ​ຂອງ​ສອງ​ປະ​ເທດ ​ເປັນ​ການ​ກະ​ທຳ​ຕົວ​ຈິງ ແລະ ​ມີ​ປະ​ສິດ​ທິ​ຜົນ​ທີ່​ລະ​ອຽດ ​ດີກວ່າ​ເກົ່າ, ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ ແລະ​ ຄວາມ​ຈະ​ເລີນ​ ຂອງ​ສອງ​ປະ​ເທດ​​ຍິ່ງ​ຂຶ້ນ,ສ້າງ​ຜົນ​ປະ​ໂຫຍດ ​ໃຫ້​ແກ່ ​ປະ​ຊາ​ຊົນ​ ຂອງ​ສອງ​ປະ​ເທດ​​ ດີ​ຂຶ້ນ​ເປັນ​ກ້າວໆ. ​ທ່ານ ອິ​ຄາ​ອີວ ວະ​ລາ​ຕີ​ມິ​ໂຣ​ວິກ ຊຸ​ສຕິນກ່າວ​ວ່າ:ລັດ​ເຊຍ ຍິນ​ດີ ​ເພີ່ມ​ທະ​ວີ​ ການ​ຮ່ວມ​ມື ​ທີ່​ແທ້​ຈິງ​ກັບ​ ສປ ຈີນ​ ໃນ​ຂົງ​ເຂດ​ຕ່າງໆ ​ຕື່ມ​ອີກ, ປົກ​ປັກ​ຮັກ​ສາ​ ຜົນ​ປະ​ໂຫຍດ​ຮ່ວ​ມ ​ຂອງ​ສອງ​ປະ​ເທດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 27 ຕຸລາ 2026 · ແຮມ 1 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່