ວັນພະຫັດ ທີ 29 ຕຸລາ 2026ອັບເດດລ່າສຸດ 15:19ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສ້າງຄວາມເຂັ້ມແຂງໃຫ້ ສສຊ ເພດຍິງໃນການຕິດຕາມກວດກາ ແລະ ທົບທວນກົດໝາຍ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 2 ນາທີ0 ຄັ້ງ
12-1
ADadvertisement
ADadvertisement
ADadvertisement

ໂອກາດນີ້, ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ກອງປະຊຸມຝຶກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອສ້າງໂອກາດໃຫ້ສະມາຊິກສະພາແຫ່ງຊາດເພດຍິງ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບບົດບາດຂອງສະພາແຫ່ງຊາດໃນການສ້າງ ແລະ ປັບປຸງກົດໝາຍ, ການຕົກລົງບັນຫາສຳຄັນຂອງຊາດ ແລະ ການຕິດຕາມກວດກາ; ບົດຮຽນຂອງສາກົນກ່ຽວກັບການເຊື່ອມທັດສະນະບົດບາດຍິງ-ຊາຍເຂົ້າໃນການທົບທວນກົດໝາຍ; ການວິເຄາະບົດບາດຍິງ-ຊາຍ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຂອງ ສປປ ລາວ; ການນຳໃຊ້ G-chat ເຂົ້າໃນການເຮັດວຽກລັດຖະການໃຫ້ເລິກເຊິ່ງກວ່າເກົ່າ ເພື່ອຍົກລະດັບຄວາມຮູ້ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ. ທັງໝົດນັ້ນເປັນອົງຄວາມຮູ້ທີ່ສຳຄັນ ແລະ ຈຳເປັນຍິ່ງ ໃຫ້ແກ່ ສສຊ ເພດຍິງ ສາມາດກຳໄດ້ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ຕົນເອງຫຼາຍຂຶ້ນໃນການປະກອບຄຳເຫັນຢູ່ໃນກອງປະຊຸມສະພາແຕ່ລະຄັ້ງ, ສາມາດນຳເອົາບົດຮຽນຈາກກອງປະຊຸມຝຶກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນການພິຈາລະນາຫົວຂໍ້ຕ່າງໆໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ແນໃສ່ເຮັດໃຫ້ການເປັນຕົວແທນຂອງເພດຍິງໃນເວທີການເມືອງ ໂດຍສະເພາະການເຮັດໜ້າທີ່ສະມາຊິກສະພາໃນການເປັນຕົວແທນໃຫ້ແກ່ປະຊາຊົນໄດ້ຢ່າງຄົບຖ້ວນ ແລະ ສົມບູນ.

ການຝຶກອົບຮົມຄັ້ງນີ້, ສຳມະນາກອນໄດ້ຮັບຟັງການວິເຄາະກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ; ການທົບທວນກົດໝາຍທີ່ຄຳນຶງເຖິງບົດບາດຍິງ-ຊາຍໃນຕົວຈິງ; ການສ້າງຂີດຄວາມສາມາດກ່ຽວກັບການສ້າງ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ; ການສ້າງຂີດຄວາມສາມາດກ່ຽວກັບການຕິດຕາມກວດກາ; ການນຳໃຊ້ G-Chat ເຂົ້າໃນວຽກລັດຖະການ; ຄົ້ນຄວ້າເປັນກຸ່ມກ່ຽວກັບການຕິດຕາມກວດກາສອງຫົວຂໍ້ ຄື: ສຸຂະພາບຂອງແມ່ຖືພາ ແລະ ອອກລູກໃໝ່, ການບໍລິການສຸຂະພາບແບບຕໍ່ເນື່ອງທີ່ມີທ່າອ່ຽງຫຼຸດລົງ; ການມີສ່ວນຮ່ວມຂອງເດັກຍິງໃນພາກວິຊາຊີບ ແລະ ອາຊີວະສຶກສາ, ພ້ອມທັງລາຍງານຜົນການຄົ້ນຄວ້າ ຊຶ່ງສອງຫົວຂໍ້ດັ່ງກ່າວຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ແລກປ່ຽນບົດຮຽນຕ່າງໆຕໍ່ຫົວຂໍ້ທັງໝົດທີ່ສະເໜີໃນກອງປະຊຸມ.

ຂ່າວ: ສຸພາວັນ ຫອມສະນິດ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພະຫັດ 29 ຕຸລາ 2026 · ແຮມ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່