
ດ່ານພາສີສາກົນພູເກືອ ເກັບລາຍຮັບເພີ່ມຂຶ້ນ 24,24%

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ໄລຍະ 9 ເດືອນຜ່ານມາ, ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71,69% ຂອງແຜນການປີ ແລະ 95,59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24,24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ທ່ານ ສີມອນ ອຸທິຄູນ ຫົວໜ້າດ່ານພາສີສາກົນພູເກືອ ໄດ້ລາຍງານໃນວັນທີ 29 ຕຸລາ 2026 ວ່າ: ໃນປີ 2026 ນີ້, ດ່ານພາສີສາກົນພູເກືອ ໄດ້ຮັບມອບໝາຍແຜນຈັດເກັບລາຍຮັບທັງໝົດ 290 ຕື້ກີບ ໃນນັ້ນ, ແຜນການ 9 ເດືອນມີມູນຄ່າ 217 ຕື້ກວ່າກີບ. ຜ່ານການຈັດເກັບແຕ່ຕົ້ນປີຮອດວັນທີ 30 ກັນຍາ 2026 ສາມາດເກັບລາຍຮັບໄດ້ 207 ຕື້ກວ່າກີບ, ໃນນັ້ນ, ລາຍຮັບຈາກພາສີ ມີ 47 ຕື້ກວ່າກີບ ຫລື 22,77% ແລະ ລາຍຮັບຈາກອາກອນ ມີ 160 ຕື້ກວ່າກີບ ຫລື 77,23%.
ສຳລັບວຽກງານການກວດກາ ແລະ ສະສາງຄະດີ ໃນໄລຍະ 9 ເດືອນ ດ່ານມີຄະດີເກີດຂຶ້ນ 246 ຄະດີ ມູນຄ່າ 672,89 ລ້ານກີບ. ພ້ອມນັ້ນ, ຍັງມີຄະດີຍົກມາຈາກງວດກ່ອນ 2 ຄະດີ ມູນຄ່າ 1.218 ລ້ານກີບ ລວມຄະດີທີ່ສະສາງໃນ 9 ເດືອນ ມີ 248 ຄະດີ ມູນຄ່າ 1.890,89 ລ້ານກີບ, ລວມຄ່າປັບໃໝ 1.311,35 ລ້ານກີບ ແລະ ມູນຄ່າມອບເຂົ້າງົບປະມານທັງໝົດ 1.311,35 ລ້ານກີບ, ເພີ່ມຂຶ້ນ 48,65% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ທ່ານ ສີມອນ ອຸທິຄູນ ໃຫ້ຮູ້ຕື່ມວ່າ: ໃນ 3 ເດືອນທ້າຍປີ 2026 ຄະນະນຳຂອງດ່ານຈະສືບຕໍ່ຊີ້ນຳການຈັດເກັບລາຍຮັບໃຫ້ບັນລຸຕາມແຜນການ, ເພີ່ມທະວີການຕິດຕາມ ແລະ ກວດກາການເກັບລາຍຮັບໃຫ້ຖືກຕ້ອງ, ໂປ່ງໃສ ແລະ ມີປະສິດທິຜົນ ພ້ອມທັງເຂັ້ມງວດຕໍ່ການຫລົບຫລີກພາສີ, ການສໍ້ໂກງທາງພາສີ ແລະ ການຄ້າຂ້າມແດນທີ່ຜິດກົດໝາຍ. ນອກນີ້, ຈະສືບຕໍ່ອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ແລະ ຜູ້ນຳເຂົ້າ-ສົ່ງອອກ, ນຳໃຊ້ເທັກໂນໂລຊີພັດທະນາລະບົບບໍລິການ ແລະ ປັບປຸງຂັ້ນຕອນພິທີການພາສີໃຫ້ວ່ອງໄວ, ຄວບຄູ່ກັບການສ້າງ ແລະ ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ວິໄນຂອງພະນັກງານພາສີ ເພື່ອຍົກສູງຄຸນນະພາບວຽກງານ ແລະ ປະສິດທິຜົນໃນການຈັດເກັບລາຍຮັບຂອງລັດ.
ຂ່າວ: ມະນີວອນ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







