ວັນສຸກ ທີ 30 ຕຸລາ 2026ອັບເດດລ່າສຸດ 11:10ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຣັດເຊຍສົ່ງໂດຣນໂຈມຕີສະຖານີລົດໄຟໃນເມືອງດນີໂປ ປະເທດຢູເຄຣນ ເສຍຊີວິດ 14 ຄົນ ບາດເຈັບ 10 ຄົນ

ໂດຍ kaling
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ4 ຄັ້ງ
image
ADadvertisement
ADadvertisement
ADadvertisement

ວັນທີ 29 ຕຸລາ 2026 ໂດຣນຂອງຣັດເຊຍໄດ້ໂຈມຕີສະຖານີລົດໄຟຫຼັກໃນເມືອງດນີໂປ(Dnipro) ທາງພາກກາງຂອງຢູເຄຣນ ໃນຂະນະທີ່ປະຊາຊົນກຳລັງລໍຖ້າຂຶ້ນລົດໄຟ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 14 ຄົນ ແລະ ບາດເຈັບອີກ 10 ຄົນ.

ເຈົ້າໜ້າທີ່ຢູເຄຣນລະບຸວ່າ ໃນມື້ດຽວກັນ ມີປະຊາຊົນທົ່ວປະເທດເສຍຊີວິດຈາກການໂຈມຕີຢ່າງໜ້ອຍ 19 ຄົນ ໃນນັ້ນລວມມີເດັກຍິງອາຍຸ 15 ປີ 2 ຄົນ. ເຫດໂຈມຕີສະຖານີລົດໄຟຄັ້ງນີ້ ເປັນສ່ວນໜຶ່ງຂອງການໂຈມຕີໂຄງລ່າງພື້ນຖານດ້ານຄົມມະນາຄົມ ແລະ ພະລັງງານຂອງຣັດເຊຍ ທີ່ສົ່ງຜົນກະທົບຕໍ່ຊີວິດພົນລະເຮືອນຢ່າງຕໍ່ເນື່ອງ.

ທ່ານ ໂວໂລດີເມຍ ເຊເລນສກີ ປະທານາທິບໍດີຢູເຄຣນ ກ່າວວ່າ ການໂຈມຕີຄັ້ງນີ້ເປັນການມຸ່ງເປົ້າໂຈມຕີພົນລະເຮືອນໂດຍເຈດຕະນາ ແລະ ເກີດຂຶ້ນໃນຊ່ວງດຽວກັບທີ່ກຳລັງດຳເນີນພາລະກິດດ້ານມະນຸດສະທຳໃນເມືອງໂອເລຊກີ. ທ່ານຍັງກ່າວວ່າ ທ່າທີຂອງຣັດເຊຍສະທ້ອນໃຫ້ເຫັນວ່າ ຕ້ອງການໃຫ້ສົງຄາມດຳເນີນຕໍ່ໄປ ພ້ອມຮຽກຮ້ອງໃຫ້ປະເທດພັນທະມິດເພີ່ມແຮງກົດດັນຕໍ່ຣັດເຊຍ.

ກ່ອນໜ້ານີ້ ທ່ານເຊເລນສກີໄດ້ປະນາມການໂຈມຕີເມືອງດນີໂປວ່າເປັນເຫດການທີ່ໜ້າສະເທືອນໃຈ ແລະ ຮຽກຮ້ອງໃຫ້ເພີ່ມມາດຕະການຂວ້ຳບາດ ເພື່ອປ້ອງກັນບໍ່ໃຫ້ເກີດການໂຈມຕີຄັ້ງຕໍ່ໄປ.

ຂະນະດຽວກັນ ນັບຕັ້ງແຕ່ວັນອັງຄານກ່ອນໜ້ານີ້ ຣັດເຊຍ ແລະ ຢູເຄຣນໄດ້ປະຕິບັດຕາມຂໍ້ຕົກລົງຢຸດຍິງໃນພື້ນທີ່ທາງພາກໃຕ້ຂອງແຄວ້ນເຄີຊອນ ໂດຍມີ ເມລາເນຍ ທຣຳ ສຸພາບສະຕີອັນດັບໜຶ່ງຂອງສະຫະລັດ ເປັນຜູ້ປະສານງານ ເພື່ອເປີດທາງໃຫ້ຄວາມຊ່ວຍເຫຼືອດ້ານມະນຸດສະທຳທີ່ຈຳເປັນຮີບດ່ວນ ເຂົ້າໄປຍັງເມືອງໂອເລຊກີ ເຊິ່ງຢູ່ພາຍໃຕ້ການຄວບຄຸມຂອງຣັດເຊຍ.

ທີ່ມາ: AFP

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນສຸກ 30 ຕຸລາ 2026 · ແຮມ 4 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່