
ກິດຈະກຳການຮ່ວມມື ນະວັດຕະກຳຂ້າມຊາຍແດນ ດ້ານປັນຍາປະດິດ ຈີນ-ອາຊຽນ

ວິທະຍຸ ໂທລະພາບ ສູນກາງຈີນ, ກິດຈະກຳການຮ່ວມມື ນະວັດຕະກຳ ຂ້າມຊາຍແດນດ້ານ ປັນຍາປະດິດຈີນ-ອາຊຽນ ໄດ້ຈັດຂຶ້ນຢູ່ ນະຄອນໜານໜິງເຂດກວາງຊີ ຂອງ ສປ ຈີນ.ກິດຈະກຳຄັ້ງນີ້ ຖືເອົາຄວາມຕ້ອງການຂອງຕະຫລາດອາຊຽນ ເປັນຈຸດແກນກາງໂດຍມີ ຈຸດປະສົງ ເພື່ອສ້າງຂົວແຫ່ງການຮ່ວມມື ລະຫວ່າງ ສປ ຈີນ ກັບອາຊຽນ ໃນດ້ານການເຊື່ອມໂຍງເຊື່ອມຈອດກັນ ຂອງເຕັກໂນໂລຊີແລະ ບຸກຄະລາກອນ ປັນຍາປະດິດ(AI). ໃນກິດຈະກຳດັ່ງກ່າວ ໄດ້ເປີດເຜີຍ 8 ຜົນງານກ້າວໜ້າ ດ້ານດີຈີຕອນ ແລະ ອັດສະລິຍະເຊິ່ງກວມເອົາ ຫລາຍຂົງເຂດ ເຊັ່ນ: ການປະຍຸກໃຊ້ເຮືອບິນ ຫລືລົດບໍ່ມີຄົນຂັບແບບອັດສະລິຍະ, ເສດຖະກິດ ການບິນອາກາດຕ່ຳ, ການບໍລິການ ທາງການແພດ ແລະ ອື່ນໆ, ສະແດງໃຫ້ເຫັນເຖິງ ແຜນການແກ້ໄຂທີ່ສົມບູນແບບ ຂອງເຕັກໂນໂລຊີ AI ສປ ຈີນ ທີ່ຈັດຕັ້ງປະຕິບັດຢູ່ຕະຫລາດອາຊຽນ.ຜົນງານທີ່ກ່ຽວຂ້ອງ ບໍ່ພຽງແຕ່ສອດຄ່ອງກັບ ຄວາມຕ້ອງການຕົວຈິງ ໃນການຍົກລະດັບອຸດສາຫະກຳແລະ ການບໍລິການດ້ານຊີວິດ ການເປັນຢູ່ຂອງປະຊາຊົນເທົ່ານັ້ນ, ຍັງສະໜອງຄວາມສົມບູນແບບ ໃຫ້ແກ່ການຈັດຕັ້ງປະຕິບັດໂຄງການ ຂ້າມຊາຍແດນ ໃນໄລຍະຕໍ່ໄປ.ໂດຍມີ ຜູ້ຕາງໜ້າລັດຖະບານ, ຜູ້ຊ່ຽວຊານວິສາຫະກິດ ແລະນັກວິຊາການ ຈາກມະຫາວິທະຍາໄລຂອງ ສປ ຈີນ ແລະບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມກິດຈະກຳດັ່ງກ່າວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






