ວັນພະຫັດ ທີ 29 ຕຸລາ 2026ອັບເດດລ່າສຸດ 17:09ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄວາມເຂັ້ມຂຸ້ນ ຂອງອາຍພິດເຮືອນແກ້ວ ໃນໂລກສ້າງສະຖິຕິສູງສຸດ ເປັນປະຫວັດສາດ

ໂດຍ Mahaxan
· 58 ນາທີ ກ່ອນອ່ານ 1 ນາທີ0 ຄັ້ງ
1793167608378_848
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ອີງຕາມ “ແຈ້ງການກ່ຽວກັບ ອາຍພິດເຮືອນແກ້ວ” ສະບັບຫລ້າສຸດ ທີ່ອົງການອຸຕຸນິຍົມໂລກ ເປີດເຜີຍໃນວັນທີ 27 ຕຸລານີ້ ສະແດງໃຫ້ເຫັນວ່າ: ປີ 2025, ຄວາມ ເຂັ້ມຂຸ້ນ ຂອງກາກບອນ ດິອ໊ອກຊິດ ແລະອາຍພິດເຮືອນແກ້ວຕົ້ນຕໍອື່ນໆໃນຊັ້ນບັນຍາກາດຂອງໂລກ ໄດ້ສ້າງສະຖິຕິສູງສຸດ ເປັນປະ​ຫວັດ​ສາດ ອີກ​ຄັ້ງ​, ສະແດງໃຫ້ເຫັນວ່າທ່າອຽງ ຈະເພີ່ມຂຶ້ນ ໃນໄລ ຍະຍາວ ຂອງອຸນຫະພູມໃນທົ່ວໂລກ ຍັງຄົງສືບຕໍ່ ຂະຫຍາຍຕົວຢູ່.ຄຽງຄູ່ກັບມະນຸດ ນໍາໃຊ້ວັດຖຸເຊື້ອໄຟຟອດຊິວ ຢ່າງຕໍ່ເນື່ອງບວກກັບການຂະຫຍາຍຕົວ ຂອງປາກົດການເອນີໂນ ຮ້າຍແຮງທີ່ເກີດຂຶ້ນ ໃນປັດຈຸບັນນີ້, ຄາດວ່າຄວາມເຂັ້ມຂຸ້ນ ຂອງອາຍພິດເຮືອນແກ້ວ ໃນຊັ້ນບັນຍາກາດ ຍັງຈະສືບຕໍ່ເພີ່ມຂຶ້ນ ຢ່າງພົ້ນເດັ່ນໃນປີ 2026.ທ່ານ ໂຄ ບາເຣດ ຮອງເລຂາທິການໃຫຍ່ ອົງການອຸຕຸນິຍົມໂລກ ໃຫ້ຮູ້ ວ່າ:ເລື່ອງນີ້ໄດ້ເພີ່ມຄວາມອາດ ເປັນໄປໄດ້ຂອງການເກີດສະພາບອາກາດທີ່ຮຸນແຮງ ແລະຈະສ້າງຄວາມສ່ຽງທີ່ກ່ຽວຂ້ອງ ໃຫ້ແກ່ ເສດຖະກິດ-ສັງຄົມ ຂອງພວກເຮົາ.ກາກບອນດິອ໊ອກຊິດ ຈະຄົງຕົວ ຢູ່ໃນຊັ້ນ ບັນຍາກາດ ເປັນເວລາດົນນານເຊິ່ງຈະສົ່ງຜົນກະທົບ ຕໍ່ສະພາບອາກາດຂອງໂລກໃນຫລາຍສິບປີ ຈົນເຖິງຂັ້ນຫລາຍຮ້ອຍປີຕໍ່ໜ້າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 29 ຕຸລາ 2026 · ແຮມ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່