ວັນພະຫັດ ທີ 29 ຕຸລາ 2026ອັບເດດລ່າສຸດ 17:40ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ

ໂດຍ Mahaxan
· 52 ນາທີ ກ່ອນອ່ານ 1 ນາທີ0 ຄັ້ງ
8-2
ADadvertisement
ADadvertisement
ADadvertisement

ຊຸດຝຶກອົບຮົມຄັ້ງນີ້ ຈັດຂຶ້ນເປັນເວລາ 5 ວັນ ແຕ່ວັນທີ 12-16 ຕຸລາ 2026, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ເຊື່ອມຊຶມ 12 ຫົວຂໍ້ສຳຄັນ ຈາກວິທະຍາກອນ ແລະ ຜູ້ຊ່ຽວຊານຂັ້ນສູງ ເປັນຕົ້ນແມ່ນ ການບໍລິຫານລັດໃນລະບົບການເມືອງ; ການນຳພາ ແລະ ການຄຸ້ມຄອງ; ການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າ; ການວາງແຜນຍຸດທະສາດ; ການຄຸ້ມຄອງ ແລະ ກວດກາງົບປະມານແຫ່ງລັດ; ການກວດກາ, ກວດສອບ ແລະ ການຕ້ານການສໍ້ລາດບັງຫຼວງ; ການຄຸ້ມຄອງ, ການປະເມີນຜົນ ແລະ ການພັດທະນາພະນັກງານ-ລັດຖະກອນ; ວຽກງານເອກະສານທາງລັດຖະການ ແລະ ການສຳເນົາເອກະສານ; ການຄຸ້ມຄອງ-ບໍລິຫານວຽກງານການສຶກສາ, ວິທະຍາສາດ, ກິລາ-ກາຍຍະກຳ; ວຽກງານເອກະສານພັກ ແລະ ຄວາມເປັນເສນາທິການ.

ໃນໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ຍົກໃຫ້ເຫັນຈຸດປະສົງສຳຄັນຂອງການຈັດຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ເສີມສ້າງຫຼັກມູນທິດສະດີ, ພ້ອມທັງບົດຮຽນຕົວຈິງກ່ຽວກັບວຽກງານການບໍລິຫານ-ຄຸ້ມຄອງລັດ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ບັນດາຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ເຂົ້າຮ່ວມຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ປະກອບສ່ວນຢ່າງຕັ້ງໜ້າ, ຮັບຟັງການບັນຍາຍ-ເຜີຍແຜ່ເນື້ອໃນເອກະສານຕ່າງໆ ດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ສາມາດກຳໄດ້ຢ່າງເລິກເຊິ່ງ ແລະ ນຳເອົາຄວາມຮູ້ທີ່ໄດ້ຮັບໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຢູ່ຂະແໜງການ ແລະ ທ້ອງຖິ່ນຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.

ຂ່າວ-ພາບ: ລູກນ້ຳເຊ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 29 ຕຸລາ 2026 · ແຮມ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່