ວັນພະຫັດ ທີ 29 ຕຸລາ 2026ອັບເດດລ່າສຸດ 18:13ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ໄທ-ມາເລເຊຍ ຮ່ວມມືກັນ ພັດທະນາ-ຊຸກຍູ້ສັນຕິພາບ ຢູ່ພາກໃຕ້

ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ0 ຄັ້ງ
28-10-ams-10_0
ADadvertisement
ADadvertisement
ADadvertisement

ວິທະຍຸກະຈ່າຍສຽງ ຫວຽດນາມ, ໄທ ແລະ ມາເລເຊຍເຫັນດີເປັນເອກພາບ ເພີ່ມທະວີ ການຮ່ວມມືດ້ານຄວາມໝັ້ນຄົງ ແລະຊຸກຍູ້ການສົນທະນາ ສັນຕິພາບ ຢູ່ພາກໃຕ້ຂອງ ໄທ. ພ້ອມ ກັນ​ນັ້ນ​ ກໍ່ຍູ້​ແຮງ​ບັນ​ດາໂຄງການເຊື່ອມຕໍ່ ແລະພັດທະນາ​ ຢູ່​ເຂດຊາຍແດນ, ມຸ່ງ​ໄປ​ເຖິງ​ ການສ້າງສະພາບແວດລ້ອມ ໃຫ້​ມີ​ສະ​ຖຽ​ນ​ລະ​ພາບ​ ຢ່າງ​ຍາວ​ນານ ແລະຍົກ​ສູງຊີວິດ ການເປັນຢູ່ ຂອງປະຊາຊົນ​ ຂອງ​ສອງປະເທດ. ກອງປະຊຸມຖະ​ແຫລງຂ່າວ​ ໃນ​ຂອບ​ເຂດການ​ຢ້ຽມ​ຢາມ​ເຮັດ​ວຽກ​ຢູ່ໄທ​ ຂອງ​ທ່ານ ໂມຮາມັດ ຮາສັນ(Mohamad Hasan), ລັດ​ຖະ​ມົນ​ຕີ​ ການ​ຕ່າງ​ປະ​ເທດ ມາ​ເລ​ເຊຍ (ແຕ່ວັນທີ 27-28 ຕຸລາ), ທ່ານ ສີຫາສັກ ພວງເກດແກ້ວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດໄທ ​ໃຫ້​ຮູ້ວ່າສອງຝ່າຍ ໄດ້ສຸມໃສ່​ປຶກ​ສາ​ຫາ​ລື ສີ່ຂົງເຂດຫລັກຄື: ການສ້າງເຂດຊາຍແດນ ປອດໄພ, ສັນຕິພາບ; ຊຸກ​ຍູ້​ການເຊື່ອມຕໍ່ ພື້ນຖານໂຄງລ່າງ​ ຄົມ​ມະ​ນາ​ຄົມ; ເພີ່ມທະວີ​ດ້ານ​ການຄ້າ, ການລົງທຶນ ແລະ ​ການ​ພົບ​ປະ​ແລກ​ປ່ຽນປະຊາຊົນ.ສອງຝ່າຍ ໄດ້​ເຫັນ​ດີເປັນເອກະພາບ ​ສົມ​ທົບ​ກັນ ລາດຕະເວນຊາຍແດນ​ຮ່ວມ ແລະ​ປ້ອງ​ກັນ, ຕ້ານອາຊະຍາກຳຂ້າມ​ຊາດ ແລະ ອາດ​ຊະ​ຍາ​ກຳ​ທາງ​ໄຊ​ເບີ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 29 ຕຸລາ 2026 · ແຮມ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່