ວັນພະຫັດ ທີ 29 ຕຸລາ 2026ອັບເດດລ່າສຸດ 16:12ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດລຸກຊຳບວກ ປະຈຳລາວ ຄົນໃໝ່

ໂດຍ Mahaxan
· 55 ນາທີ ກ່ອນອ່ານ 2 ນາທີ1 ຄັ້ງ
a9r1fc1-1
ADadvertisement
ADadvertisement
ADadvertisement

ໃນໂອກາດດ່ັງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ທ່ານ ແຊມ  ສະລາຍເນີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ ຄົນໃໝ່, ພ້ອມທັງສະແດງຄວາມເຊ່ືອໝັ້ນວ່າດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ໃຫ້ນັບມື້ໄດ້ຮັບການພັດທະນາຍ່ິງໆຂ້ຶນ ເພ່ືອນໍາເອົາຜົນປະໂຫຍດອັນສູງສຸດ ແລະ ຄວາມຜາສຸກມາສູ່ປະຊາຊົນຂອງທັງຂອງສອງຊາດ.

    ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ນັບຕັ້ງແຕ່ທີ່ໄດ້ມີການສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນວັນທີ 25 ກັນຍາ 1997 ເປັນຕົ້ນມາ, ລຸກຊຳບວກ ເປັນໜຶ່ງໃນບັນດາຄູ່ຮ່ວມພັດທະນາທີ່ມີຄວາມຫ້າວຫັນໃນການສະໜັບສະໜູນທີ່ໜັກແໜ້ນຕໍ່ການພັດທະນາເສດຖະກິດ- ສັງຄົມຂອງ ສປປ ລາວ ໂດຍບ່ໍມີເງື່ອນໄຂເປັນຕົ້ນແມ່ນໃນຂົງເຂດສາທາລະນະສຸກ, ການສຶກສາ, ການທ່ອງທ່ຽວ, ການບໍລິການ-ໂຮງແຮມ, ວຽກງານຍຸຕິທໍາ, ແຮງງານ ແລະ ສະຫວັດດີການສັງຄົມ, ກະສິກໍາ ແລະ ປ່າໄມ້, ການເງິນ-ທະນາຄານ ແລະ ອື່ນໆ, ພ້ອມທັງໄດ້ເນັ້ນໜັກເຖິງຄວາມສໍາຄັນໃນການຊຸກຍູ້ສົ່ງເສີມການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນຂອງບັນດາການນໍາຂັ້ນສູງໃນລະດັບຕ່າງໆເປັນຕ້ົນແມ່ນຂັ້ນປະມຸກລັດ, ຫົວໜ້າລັດຖະ ບານລວມທັງການພົວພັນຮ່ວມມື ແລະ ສະໜັບສະໜູນເຊ່ິງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ. ນອກຈາກນ້ັນ, ທັງສອງຝ່າຍຍັງໄດ້ປຶກຫາຫາລືກ່ຽວກັບທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ ກໍຄືການກະກຽມໃຫ້ແກ່ການສະເຫລີມສະຫລອງ ເນື່ອງໃນໂອກາດຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດໃນປີ 2027 ທີ່ຈະມາເຖິງ.

     ໃນໂອກາດນ້ີ, ທ່ານຮອງນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ທ່ານທູດຊາບກ່ຽວກັບຄວາມພ້ອມໃນການອອກຈາກສະຖານະການເປັນປະເທດດ້ອຍພັດທະນາໃນປີ 2026, ພ້ອມທັງສະເໜີໃຫ້ລຸກຊຳບວກສືບຕ່ໍ ໃຫ້ການຮ່ວມມື ແລະ ສະໜັບສະໜູນໂຄງການຕ່າງໆຂອງ ສປປ ລາວ ພາຍໃຕ້ແຜນງານທ່ີກໍາລັງຈັດຕ້ັງປະຕິບັດຢູ່ ເພ່ືອໃຫ້ສໍາເລັດຜົນຕາມລະດັບຄາດໝາຍທີ່ວາງໄວ້. ນອກຈາກນີ້, ຍັງສະເໜີໃຫ້ລຸກຊໍາບວກພິຈາລະນາຂະຫຍາຍການຮ່ວມມືເພີ່ມເຕີມກັບ ສປປ ລາວ ໂດຍສະເພາະໃນຂົງເຂດການຄ້າ ແລະ ການລົງທຶນ, ພ້ອມທັງຊຸກຍູ້ໃຫ້ບັນດານັກລົງທຶນລຸກຊໍາບວກ ເຂົ້າມາລົງທຶນໃນຂົງເຂດການທ່ອງທ່ຽວ, ໂຮງແຮມ, ອຸດສາຫະກໍາປຸງແຕ່ງ, ຜະລິດຕະພັນກະສິກໍາ ແລະ ຂະແໜງອື່ນໆ ທີ່ທັງສອງຝ່າຍມີທ່າແຮງຮ່ວມກັນ.

    ໂອກາດດຽວກັນນີ້, ທ່ານ ແຊມ ສະລາຍເນີ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມໝາຍໝັ້ນທີ່ຈະປະຕິບັດໜ້າທີ່ການທູດຂອງຕົນຢ່າງສຸດຄວາມສາມາດ ເພື່ອສືບຕໍ່ຊຸກຍ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ໃຫ້ໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 29 ຕຸລາ 2026 · ແຮມ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່