
ສປຊ ເລັ່ງທວງໃຫ້ ສ.ອາເມລິກາ ຍົກເລີກການປິດລ້ອມຕໍ່ ກູບາ

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 28 ຕຸລານີ້ກອງປະຊຸມໃຫຍ່ ອົງການ ສະຫະ ປະຊາຊາດ (ສປຊ) ສະໄໝທີ 81 ໄດ້ຮັບຮອງມະຕິກ່ຽວກັບ “ສ.ອາເມລິກາ ຕ້ອງຍົກເລີກ ການປິດລ້ອມ ດ້ານ ເສດຖະກິດ, ການຄ້າ ແລະ ການເງິນຕໍ່ ກູບາ” ດ້ວຍຄະແນນ 130 ສຽງເຫັນດີ, 17 ສຽງຄັດຄ້ານ ແລະ 25 ສຽງງົດອອກສຽງ.ຂ່າວແຈ້ງໃຫ້ຮູ້ວ່າ, ນີ້ເປັນເທື່ອທີ 34 ທີ່ສະມັດຊາໃຫຍ່ ອົງການ ສະຫະ ປະຊາຊາດ ຮັບຮອງມະຕິ ທີ່ກ່ຽວຂ້ອງລຽນຕິດ. ທ່ານ ບຣູໂນ ໂຣດຣິເກສ ປາຣິນລາລັດຖະມົນຕີ ກະຊວງການຕ່າງປະເທດກູບາ ໄດ້ແຈ້ງຜ່ານທາງສື່ສັງຄົມອອນລາຍວ່າ:ການທີ່ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ຮັບຮອງມະຕິ ດັ່ງກ່າວເປັນ “ໄຊຊະນະອີກຄັ້ງ ຂອງກູບາ”. ແລະຜົນການລົງຄະແນນສຽງຄັ້ງນີ້ ສະແດງໃຫ້ເຫັນອີກຄັ້ງໜຶ່ງວ່າ: “ກູບາ ບໍ່ແມ່ນ ໄພຂົ່ມຂູ່ ແຕ່ການປິດລ້ອມ ຈຶ່ງແມ່ນ ໄພຂົ່ມຂູ່”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






