
ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31

ຈຸດປະສົງຫຼັກຂອງກອງປະຊຸມສຳມະນາ ແມ່ນເພື່ອກະກຽມຄວາມພ້ອມດ້ານເນື້ອໃນ, ທັດສະນະ, ຈຸດຢືນ ແລະ ບຸລິມະສິດແຫ່ງຊາດຂອງ ສປປ ລາວ ສຳລັບການເຈລະຈາໃນ COP31, ພ້ອມທັງປຶກສາຫາລືບັນຫາພົ້ນເດັ່ນທີ່ຄາດວ່າຈະຍົກຂຶ້ນໃນກອງປະຊຸມ COP31 ແລະ ທັງເປັນການໂຄສະນາເຜີຍແຜ່ວຽກງານການປ່ຽນແປງດິນຟ້າອາກາດໃຫ້ແກ່ພາກສ່ວນຕ່າງໆ ໂດຍສະເພາະແມ່ນວຽກງານການຮ່ວມມືພາຍໃຕ້ຂອບສົນທິສັນຍາ.
ທ່ານ ນາງ ຈັນທະຄອນ ບົວລະພັນ ໄດ້ກ່າວວ່າ: ລັດຖະບານ ສປປ ລາວ ໃຫ້ຄວາມສຳຄັນຕໍ່ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ມີຄວາມພະຍາຍາມຢ່າງຈິງຈັງໃນການດຳເນີນມາດຕະການທັງພາຍໃນປະເທດ ແລະ ຮ່ວມມືກັບປະຊາຄົມໂລກ ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ. ສປປ ລາວ ໄດ້ມີສ່ວນຮ່ວມໃນຂອບການຮ່ວມມືສາກົນດ້ານສິ່ງແວດລ້ອມ ແລະ ສະພາບອາກາດ ໂດຍໄດ້ເຂົ້າເປັນພາຄີຂອງສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (UNFCCC) ໃນປີ 1995, ອະນຸສັນຍາກຽວໂຕ (Kyoto Protocol) ໃນປີ 2003 ແລະ ສັນຍາປາຣີ (Paris Agreement) ໃນປີ 2016. ນອກນີ້, ລາວຍັງສືບຕໍ່ປະກອບສ່ວນໃນການຈັດຕັ້ງພັນທະພາຍໃຕ້ຂອບສົນທິສັນຍາ ໂດຍຄຳນຶງເຖິງຫຼັກການຄວາມຮັບຜິດຊອບຮ່ວມກັນ ແຕ່ແຕກຕ່າງກັນຕາມຄວາມສາມາດຂອງແຕ່ລະປະເທດ. ການເຂົ້າຮ່ວມ COP31 ບໍ່ພຽງແຕ່ເປັນການປະຕິບັດພັນທະຂອງປະເທດຕໍ່ປະຊາຄົມສາກົນເທົ່ານັ້ນ ແຕ່ຍັງເປັນໂອກາດສຳຄັນໃຫ້ ສປປ ລາວ ສາມາດສະແຫວງຫາການສະໜັບສະໜູນດ້ານເຕັກນິກ, ວິຊາການ ແລະ ງົບປະມານ ເພື່ອເພີ່ມທະວີປະສິດທິຜົນໃນການດຳເນີນວຽກງານດ້ານການປ່ຽນແປງດິນຟ້າອາກາດພາຍໃນປະເທດ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການລະດົມຊັບພະຍາກອນ, ການເສີມສ້າງຂີດຄວາມສາມາດຂອງສະຖາບັນ, ການປັບປຸງການເຂົ້າເຖິງເຕັກໂນໂລຊີ ແລະ ການເສີມສ້າງຄວາມຢືດຢຸ່ນຕໍ່ຜົນກະທົບຈາກສະພາບອາກາດ ໂດຍເນັ້ນໃຫ້ເຫັນເຖິງຄວາມຈຳເປັນໃນການປະສານງານລະຫວ່າງພາກລັດ ແລະ ຄູ່ຮ່ວມພັດທະນາ, ການຂະຫຍາຍໂອກາດເຂົ້າເຖິງແຫຼ່ງທຶນດ້ານສະພາບອາກາດ ແລະ ການເພີ່ມພູນການຮ່ວມມືສາກົນ.
ການກະກຽມດັ່ງກ່າວ, ຄາດວ່າຈະຊ່ວຍໃຫ້ ສປປ ລາວ ມີຈຸດຢືນທີ່ຊັດເຈນໃນເວທີເຈລະຈາສາກົນ, ສາມາດປະສານບຸລິມະສິດດ້ານສະພາບອາກາດໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາແຫ່ງຊາດ ແລະ ນຳເອົາຄຳໝັ້ນສັນຍາດ້ານສະພາບອາກາດໄປສູ່ການປະຕິບັດຢ່າງເປັນຮູບປະທຳ ເພື່ອສ້າງຄວາມຢືດຢຸ່ນ ແລະ ການພັດທະນາທີ່ຍືນຍົງໃຫ້ແກ່ປະເທດ.
ກອງປະຊຸມລັດພາຄີສົນທິສັນຍາຂອບວຽກສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 ຈະຈັດຂຶ້ນທີ່ເມືອງອັນຕາລະຢາ ປະເທດຕວັກກີ ໃນວັນທີ 9-20 ພະຈິກ 2026, ຄາດວ່າຈະເນັ້ນໜັກໃສ່ການປ່ຽນຄຳໝັ້ນສັນຍາດ້ານສະພາບອາກາດໃຫ້ເປັນການປະຕິບັດຢ່າງເປັນຮູບປະທຳ, ການເລັ່ງຫັນປ່ຽນໄປສູ່ພະລັງງານສະອາດ, ການລະດົມທຶນ ແລະ ການລົງທຶນດ້ານສະພາບອາກາດ, ການເສີມສ້າງການປັບຕົວ ແລະ ຄວາມຢືດຢຸ່ນຕໍ່ຜົນກະທົບຈາກສະພາບອາກາດ ຕະຫຼອດຮອດການຊຸກຍູ້ການຈັດຕັ້ງປະຕິບັດການປະກອບສ່ວນທີ່ປະເທດກຳນົດເອງ (NDCs) ແລະ ຮັກສາເປົ້າໝາຍຈຳກັດການເພີ່ມຂຶ້ນຂອງອຸນຫະພູມໂລກບໍ່ໃຫ້ເກີນ 1,5 ອົງສາ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່




ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກ
3 ຊົ່ວໂມງກ່ອນ


