ວັນພະຫັດ ທີ 29 ຕຸລາ 2026ອັບເດດລ່າສຸດ 22:00ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເກີດອຸບັດເຫດ ລົດໄຟຕໍາກັນຢູ່ ແອັດສະປາຍ ເຮັດໃຫ້ມີຜູ້ເສຍຊີວິດ 68 ຄົນ

ໂດຍ Mahaxan
· 41 ນາທີ ກ່ອນອ່ານ 1 ນາທີ0 ຄັ້ງ
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ແຫລ່ງຂ່າວ ຈາກເຂດປົກຄອງຕົນເອງ ຄັສຕິເລ-ລາມານຊາ ຂອງແອັດສະປາຍ ແຈ້ງໃຫ້ຮູ້ ໃນວັນທີ 28 ຕຸລານີ້ວ່າ: ເກີດອຸ​ບັດ​ເຫດ ລົດໄຟ ຄວາມໄວສູງ ຕໍາກັນ ທີ່ເກີດຂຶ້ນ ຢູ່ນະຄອນໂຕເລດໍເທດສະບານ ເຂດປົກຄອງຕົນເອງເຮັດໃຫ້ມີຜູ້ເສຍຊີວິດ 68 ຄົນ ແລະ ບາດເຈັບອີກ 50 ກວ່າຄົນ.​ ຄາດວ່າ ຈໍານວນຜູ້ເສຍຊີວິດ ອາດຈະເພີ່ມຂຶ້ນຕື່ມອີກ. ທ່ານ ເພໂຕຣ ຊານເຊສ ນາຍົກລັດຖະມົນຕີແອັດສະປາຍ ປະກາດວ່າ:ຈະຈັດພິທີໄວ້ອາໄລ ຕໍ່ຜູ້ເສຍຊີວິດ ຈາກອຸ​ບັດ​ເຫດຄັ້ງນີ້ ໃນທົ່ວປະເທດ ເປັນເວລາ 3 ວັນນັບ ແຕ່ວັນທີ 29 ຕຸລານີ້ ເປັນຕົ້ນໄປ. ທ່ານ ໂອສຄາ ພຸເອນເຕລັດຖະມົນຕີ ກະຊວງຄົມມະນາຄົມ ແອັດສະປາຍ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ ເພື່ອຊີ້ແຈງກ່ຽວກັບ ສາເຫດການ ເກີດອຸ​ບັດ​ເຫດຄັ້ງນີ້ວ່າ ບັນຫາຕິດຂັດ ດ້ານການສື່ສານ ທາງຄອມພິວເຕີແລະຄວາມຜິດພາດດ້ານການບັນຊາ ທີ່ເກີດຂຶ້ນນໍາຫລັງ ເປັນສາເຫດ ເຮັດໃຫ້ເກີດອຸ​ບັດ​ເຫດຄັ້ງນີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 29 ຕຸລາ 2026 · ແຮມ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່