ກອງປະຊຸມລັດຖະມົນຕີ ກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ຄັ້ງທີ 20

ວິທະຍຸກະຈ່າຍສຽງຫວຽດນາມ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ເຊບູ(Cebu)ຂອງ ຟີລິບປິນ, ກອງປະຊຸມລັດຖະມົນຕີ ກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ (ADMM) ຄັ້ງທີ 20ໄດ້ດຳເນີນພາຍໃຕ້ ການເປັນປະທານຂອງທ່ານ ກິລເບີໂຕ ເຕໂອໂດໂຣ (Gilberto Teodoro)ລັດຖະມົນຕີ ກະຊວງປ້ອງກັນປະເທດ ຟີລິບປິນ.ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນປະເທດ ຫວຽດນາມ ນຳໂດຍ ທ່ານ ພົນເອກຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ບັນດາປະເທດສະມາຊິກ ເຂົ້າຮ່ວມ.ໃນໂອກາດນີ້ ທ່ານ ພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ ສສ ຫວຽດນາມສະໜັບສະໜູນ ຢູ່ລະດັບສູງສຸດ ເພື່ອໃຫ້ ຟີລິບປິນປະຕິບັດສຳເລັດ ບົດບາດໜ້າທີ່ ປະທານ ອາຊຽນ 2026; ສືບຕໍ່ປັບປຸງນ້ຳໃຈ ສາມັກຄີ, ກຳລັງແຮງຂອງ ອາຊຽນເພື່ອຮັບມືກັບ ບັນດາສິ່ງທ້າທາຍ ຄວາມໝັ້ນຄົງ ຢ່າງໄຫວພິບ ແລະເປັນເຈົ້າການ ທີ່ໄດ້ວາງອອກຢູ່ພາກພື້ນ, ເພື່ອພາກພື້ນ ແຫ່ງສັນຕິພາບ, ມີຄວາມໝັ້ນຄົງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






