
ເຝົ້າລະວັງ! ເຂື່ອນໄຟຟ້າອາເລື້ອຍ ນະຄອນເຫວ້ ສສ ຫວຽດນາມ ຈະປ່ອຍນໍ້າວັນທີ 31 ຕຸລາ 2026

ວັນທີ 29 ຕຸລາ 2026 ຫ້ອງວ່າການເມືອງກະລຶມ ແຂວງເຊກອງ, ອອກແຈ້ງເຕືອນ ການປອ່ຍນໍ້າອອກຈາກອ່າງເກັບນໍ້າເຂື່ອນໄຟຟ້າອາເລື້ອຍ ນະຄອນເຫວ້ ສສ ຫວຽດນາມ. ຫ້ອງວ່າການເມືອງກະລຶມ ສະເໜີແຈ້ງມາຍັງຄະນະພັກ, ອໍານາດການປົກຄອງທຸກຂັ້ນ ແລະ ພໍ່ແມ່ປະຊາຊົນຕາມລຽບສາຍນໍ້າເຊກອງ, ຜູ້ປະກອບການຮັບຊາບວ່າ: ໄດ້ມີການດໍາເນີນປອ່ຍນໍ້າອອກຈາກ ອ່າງ ເກັບນໍ້າເຂື່ອນໄຟຟ້າ A Lin 3 – A Lin B1 ແລະ ອ່າງເກັບນໍ້າເຂື່ອນໄຟຟ້າອາເລື້ອຍ, ນະຄອນເຫວ້ ສສ ຫວຽດນາມ ເຊິ່ງມີເນື້ອໃນດັ່ງລຸ່ມນີ້:
1. ອ່າງເກັບນໍ້າເຂື່ອນໄຟຟ້າ ອາເລື້ອຍ
– ເວລາ 11 ໂມງ 00 ນາທີ ຂອງວັນທີ 31 ຕຸລາ 2026
ປະລິມານນໍ້າຈະປອ່ຍໃນລະດັບ 400 ແມັດກ້ອນຕໍ່ວິນາທີ
2. ອ່າງເກັບນໍ້າເຂື່ອນໄຟຟ້າ A Lin 3 – A Lin B1
– ວັນທີ 28 ຕຸລາ 2026
– ປະລິມານນໍ້າຈະປອ່ຍໃນລະດັບ 300 ແມັດກ້ອນຕໍ່ວິນາທີ
ວັນທີ 31 ຕຸລາ 2026

– ປະລິມານນໍ້າຈະປອ່ຍໃນລະດັບ 300 ແມັດກ້ອນຕໍ່ວິນາທີ
ດັ່ງນັ້ນ, ຈຶ່ງແຈ້ງເຝົ້າລະວັງມາຍັງຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ພໍ່ແມ່ປະຊາຊົນຕາມລຽບສາຍນໍ້າເຊ ກອງ ໃນການໄປທຳມະຫາກິນ ແລະ ການສັນຈອນໄປມາ, ຜູ້ປະກອບການທີ່ດໍາເນີນທຸລະກິດຕາມສາຍນໍ້າເຊກອງກໍ່ໃຫ້ ມີການສະຕິດ້ວຍ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






