
ກູ້ໄພເຊກອງເຖິງກັບປວດຫົວ! ຊາວບ້ານໂທແຈ້ງ "ຄົນຜິດກຳ-ຜີເຂົ້າ"

ເກີດເຫດການທີ່ເຮັດໃຫ້ເຈົ້າໜ້າທີ່ກູ້ໄພເຖິງກັບກຸມຂະມັບ ແລະ ສະຫຼົດໃຈໄປພ້ອມໆກັນ ຫຼັງຈາກທີ່ ໜ່ວຍກູ້ໄພປະຊາຮ່ວມໃຈ ເຊກອງ ໄດ້ຮັບແຈ້ງເຫດດ່ວນຈາກຊາວບ້ານວ່າ ມີຄົນ “ຜິດກຳ” ອາການສາຫັດ ຕ້ອງການຄວາມຊ່ວຍເຫຼືອເອົາໄປໂຮງໝໍດ່ວນ.
ເມື່ອທີມກູ້ໄພເດີນທາງໄປເຖິງຈຸດເກີດເຫດ ພາບທີ່ເຫັນຄືມີທັງຄວັນໄຟ ແລະ ກອງໄຟທີ່ກຳລັງລຸກໄໝ້ຢ່າງຮຸນແຮງ (ຕາມຄວາມເຊື່ອເລື່ອງການຢູ່ກຳ) ຈົນເບິ່ງຄືການເຜົາຄົນທັງເປັນ. ສ່ວນຕົວຄົນເຈັບນັ້ນ ນອນໝົດສະຕິ, ບໍ່ຕອບສະໜອງ, ຕາເຫຼືອກຕາຄ້າງ, ກັດສົບກັດປາກ, ຕີນມືໂກບ (ເກຣັງ) ແລະ ເວົ້າເພີຝັນເປັນພາສາທີ່ຟັງບໍ່ຮູ້ເລື່ອງ.
ຈາກການສອບຖາມຜູ້ເປັນຜົວ ໄດ້ຂໍ້ມູນວ່າ ເມຍອາຍຸພຽງ 18 ປີ ແລະ ນີ້ແມ່ນລູກຄົນທຳອິດ ໂດຍທາງຄອບຄົວໄດ້ໃຫ້ເກີດລູກເອງຢູ່ເຮືອນ ເຮັດໃຫ້ເມຍເສຍເລືອດຫຼາຍໃນລະຫວ່າງເກີດລູກ. ເມື່ອເຫັນອາການຄົນເຈັບທັງຊັອກ ແລະ ວິກິດຂະໜາດນີ້ ທາງໜ່ວຍກູ້ໄພໄດ້ພະຍາຍາມຈະນຳຕົວສົ່ງໂຮງໝໍໂດຍດ່ວນ ເພາະໄລຍະທາງຫ່າງຈາກໂຮງໝໍກວ່າ 30 ກິໂລແມັດ.
ແຕ່ເລື່ອງລາວກັບສະເດາະໃຈ ເມື່ອທາງຄອບຄົວ ແລະ ຍາດພີ່ນ້ອງ ເດັດຂາດບໍ່ຍອມໃຫ້ເອົາຄົນເຈັບໄປໂຮງໝໍ ໂດຍອ້າງວ່າອາການດັ່ງກ່າວບໍ່ແມ່ນອາການເຈັບປ່ວຍ ແຕ່ແມ່ນອາການ “ຜີເຂົ້າ” ແລະ ໄລ່ໃຫ້ທີມກູ້ໄພກັບຄືນ ໂດຍບອກວ່າບໍ່ໄປໂຮງໝໍກໍໄດ້. ເຫດການນີ້ເຮັດໃຫ້ທີມກູ້ໄພທັງຟ້າວ ທັງເປັນຫ່ວງຊີວິດຄົນເຈັບ ແຕ່ກໍຕ້ອງໄດ້ແນມໜ້າກັນດ້ວຍຄວາມອິດໜາລະອາຍໃຈ ແລະ ປວດຫົວໄປຕາມໆກັນກັບຄວາມເຊື່ອທີ່ອາດເຮັດໃຫ້ເກີດຄວາມສູນເສຍ.
(ທາງເວັບໄຊ ແລະ ທີມຂ່າວຂໍສົ່ງກຳລັງໃຈໃຫ້ທີມກູ້ໄພ ແລະ ຫວັງວ່າຄົນເຈັບຈະໄດ້ຮັບການປິ່ນປົວທາງການແພດຢ່າງທັນທ່ວງທີ).
ທີ່ມາ: ກູ້ໄພເຊກອງ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






