MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຂວງຊຽງຂວາງ ພົບການລັກລອບຂຸດຄົ້ນແຮ່ຄຳ ຢູ່ຫ້ວຍນໍ້າພານ ເມືອງຄູນ ກັກຕົວໄດ້ 3 ຄົນ

ແຂວງຊຽງຂວາງ ພົບການລັກລອບຂຸດຄົ້ນແຮ່ຄຳ ຢູ່ຫ້ວຍນໍ້າພານ ເມືອງຄູນ ກັກຕົວໄດ້ 3 ຄົນ

kaling
ເຜີຍແຜ່: 19 October 2026, 10:45
ປັບປຸງຫຼ້າສຸດ: 19 October 2026, 10:45
ອ່ານ 9 ຄັ້ງ
ແຂວງຊຽງຂວາງ ພົບການລັກລອບຂຸດຄົ້ນແຮ່ຄຳ ຢູ່ຫ້ວຍນໍ້າພານ ເມືອງຄູນ ກັກຕົວໄດ້ 3 ຄົນ

ວັນທີ 10 ຕຸລາ 2026 ໜ່ວຍງານຄະນະສະເພາະກິດ ກອງບັນຊາການທະຫານແຂວງຊຽງຂວາງ, ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ຢູ່ຫ້ວຍນໍ້າພານ, ບ້ານຄັງໂຮງ, ເມືອງຄູນ, ແຂວງຊຽງຂວາງ ມີການລັກລອບດຳເນີນການຂຸດຄົ້ນແຮ່ຄຳໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ຖືກຕ້ອງຕາມລະບຽບກົດໝາຍ. ສະນັ້ນ, ຈຶ່ງໄດ້ນໍາໜ່ວຍງານຄະນະສະເພາະກິດລົງກວດການພື້ນທີ່ຕົວຈິງ.

ຜ່ານການລົງກວດກາຕົວຈິງຢູ່ໃນສະໜາມຂອງໜ່ວຍງານຄະນະສະເພາະກິດ ພົບເຫັນການລັກລອບດຳເນີນການຂຸດຄົ້ນແຮ່ຄຳໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ສາມາດກັກຕົວຜູ້ລັກລອບໄດ້ 3 ຄົນ ຄື:

1. ນາງ ແກ້ວ ມະນີ ຢູ່ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ (ເປັນເຈົ້າຂອງ).

2. ທ້າວ ວົງ ພອນວິໄລ ຢູ່ບ້ານໜອງພະຍາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ (ເປັນເຈົ້າຂອງ).

3. ທ້າວ ຫລ້າ ຢູ່ບ້ານ ໂພນສະອາດ, ເມືອງແປກ, ແຂວງຊຽງຂວາງ (ເປັນຜູ້ຊ່ວຍວຽກໃນພາກສະ ໜາມ).

ສາມາດກວດຢຶດອຸປະກອນ ແລະ ເຄື່ອງມືທີ່ໃຊ້ເຂົ້າໃນການຂຸດຄົ້ນແຮ່ທາດ ຄື: ລົດຈົກ 6 ຄັນ, ເຄື່ອງດູດນ້ຳ 5 ເຄື່ອງ, ຕະແກງຮ່ອນຄໍາ 3 ເຄື່ອງ, ລົດຈັກ 1 ຄັນ, ເຄື່ອງປັ່ນໄຟ 1 ເຄື່ອງ ແລະ ເຄື່ອງມືອື່ນໆ ທີ່ນໍາໃຊ້ເຂົ້າໃນການລັກລອບ ຂຸດຄົ້ນແຮ່ທາດ.

ຕໍ່ກັບເຫດການດັ່ງກ່າວ, ໜ່ວຍງານຄະນະສະເພາະກິດ, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຢຸດຕິທຸກກິດຈະກຳການຂຸດຄົ້ນໃນທັນທີ, ພ້ອມທັງເຮັດບົດບັນທຶກກວດຢຶດສັບສິນເປັນຂອງກາງ ແລະ ເປັນຫລັກຖານນຳສົ່ງໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ແບ່ງປັນ:
‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນຈັນ 19 ຕຸລາ 2026 · ຂຶ້ນ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ