MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເມືອງສົບເບົາ ທຳລາຍສິນຄ້າໝົດອາຍຸ ແລະ ເຊື່ອມຄຸນນະພາບ ທີ່ຍຶດໄດ້ຈາກ 20 ຮ້ານຄ້າ”

ເມືອງສົບເບົາ ທຳລາຍສິນຄ້າໝົດອາຍຸ ແລະ ເຊື່ອມຄຸນນະພາບ ທີ່ຍຶດໄດ້ຈາກ 20 ຮ້ານຄ້າ"

Jenjila
ເຜີຍແຜ່: 19 October 2026, 10:02
ປັບປຸງຫຼ້າສຸດ: 19 October 2026, 10:02
ອ່ານ 7 ຄັ້ງ
ເມືອງສົບເບົາ ທຳລາຍສິນຄ້າໝົດອາຍຸ ແລະ ເຊື່ອມຄຸນນະພາບ ທີ່ຍຶດໄດ້ຈາກ 20 ຮ້ານຄ້າ"

ເພຶ່ອເປັນການປະຕິບັດຕາມພາລະບົດບາດສິດ ແລະ ໜ້າທີຄວາມຮັບຜິດຊອບຂອງຕົນບົນພື້ນຖານຕາມນິຕິກຳທີລະບຸໄວ້ເປັນການຮັບປະກັນຜົນປະໂຫຍດອັນຊອບທຳ,ຄວາມປອດໄຟທາງດ້ານສຸຂະພາບຂອງຜູ້ບໍລິໂພກ ໃຫ້ໄດ້ຊົມໃຊ້ສີ້ນຄ້າທີມີຄຸນນະພາບ, ໃຫ້ໄດ້ມາດຕະຖານ.

ມາໃນວັນທີ 15 ຕຸລາ 2026 ນີ້. ຄະນະຄວບຄຸມອາຫານ ແລະ ຢາເມືອງສົບເບົາ ແຂວງຫົວພັນ ໄດ້ທຳລາຍສິ້ນຄ້າໝົດອາຍຸເຊື່ອມຄຸນນະພາບຂື້ນຢູ່ທີສະໜາມຂີ້ເຫຶ້ຍອເກົ່າເມືອງສົບເບົາໃຫ້ກຽດເຂົ້າຮ່ວມເປັນສັກຂິພິຍານໂດຍຄະນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງທີນໍາມາທໍາລາຍຄັ້ງນິ້ແມ່ນໄດ້ມາຈາກການລົງກວດກາຕາມຮ້ານຂາຍສົ່ງ ແລະ ຂາຍຍ່ອຍຕ່າງໆໃນທົ່ວເມືອງ ເຊິ່ງມີຄະນະຄວບຄຸມອາຫານ ແລະ ຢາເມືອງສົບເບົາໄດ້ລົງກວດກາເຄື່ອນໃຫວໃນລະຫ່ວາງວັນທີ31/08/2026 – 09/09/2026

ຜ່ານມານີ້ໃນທົ່ວເມືອງທິມງານໄດ້ລົງກວດກາຮ້ານຂາຍຍົກ 3 ຮ້ານ.ຮ້ານຍ່ອຍ 115 ຮ້ານ. ຮ້ານອາຫານ 9 ຮ້ານ. ໃນນັ້ນກວດກາຕົວຈິງ 75 ຮ້ານພົບສິ້ນຄ້າໝົດອາຍຸ ແລະ ເຊື່ອມຄຸນນະພາບຈຳນວນ 20 ຮ້ານ. ເຊິ່ງມີປະເພດຕ່າງໆເຊັ່ນ: ນໍ້າອັດລົມ, ນົມ, ເອັມຮ້ອຍ, ໝີ່, ເຂົ້າໜົມ ແລະ ເຄຶ່ອງສຳອາງມີສະບູ, ແປ້ງ, ຄີມ.

ລວມມູນຄາສິ້ນຄ້າທັງໝົດ 4 ລ້ານກວ່າ.

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 19 ຕຸລາ 2026 · ຂຶ້ນ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ