MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ສົນທະນາທາງໂທລະສັບ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ສົນທະນາທາງໂທລະສັບ

Jenjila
ເຜີຍແຜ່: 19 October 2026, 09:30
ປັບປຸງຫຼ້າສຸດ: 19 October 2026, 09:31
ອ່ານ 11 ຄັ້ງ
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ສົນທະນາທາງໂທລະສັບ

ໃນຕອນບ່າຍຂອງວັນທີ 16 ຕຸລານີ້, ພະນະທ່ານ ສະ ເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົນທະນາທາງໂທລະສັບກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງ ກະໂປ.

ໃນໂອກາດດັ່ງກ່າວ, ພະນະທ່ານ ລໍເຣນສ ວອງ ໄດ້ສະ ແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການເລືອກຕັ້ງເປັນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ຄົນໃໝ່ ໃນວັນທີ 5 ຕຸລາ 2026 ທີ່ຜ່ານມາ ແລະ ໄດ້ເຊື້ອເຊີນຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນເວລາທີ່ເໝາະສົມ ຊຶ່ງພະນະ ທ່ານ ສະ ເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາຊົມ ເຊີຍ ແລະ ຄໍາເຊື້ອເຊີນດັ່ງກ່າວ ພ້ອມທັງສະແດງຄວາມໝາຍໝັ້ນທີ່ຈະຮ່ວມເຮັດວຽກ ກັບຝ່າຍສິງກະໂປ ຢ່າງໃກ້ ຊິດ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ.

ພະນະທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຢືນ ຢັນທີ່ຈະໃຫ້ການສະໜັບສະໜູນ ແລະ ການຮ່ວມມືຢ່າງເຕັມທີ່ ຕໍ່ການເປັນປະທານອາຊຽນຂອງ ສິງກະໂປ ໃນປີ 2027 ທີ່ຈະມາເຖິງນີ້ ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈໄປຍັງສິງກະໂປ ທີ່ໄດ້ໃຫ້ການສະໜັບສະໜູນ ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ ໃນປີ 2024 ທີ່ຜ່ານມາ.

ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ຕະຫຼອດໄລຍະ 52 ປີຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນເປັນກ້າວໆ ຊຶ່ງສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມ ລະຫ່ວາງ ການນຳຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ ລວມເຖິງການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ທີ່ນັບມື້ນັບເພີ່ມຂຶ້ນ.

ສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບການເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ແມ່ນການຮ່ວມມືດ້ານເສດຖະກິດ,ການຄ້າ,ການລົງທຶນ,ພະລັງງານສະອາດ, ການພັດທະນາຊັບພະຍາກອນມະນຸດ, ສິນເຊື່ອກາກບອນ ແລະ ຂົງເຂດອື່ນໆ.

ສປປ ລາວ ແລະ ສ ສິງກະໂປ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 2 ທັນວາ 1974. ປັດຈຸບັນ, ສິງກະໂປ ຈັດເປັນອັນດັບທີ 9 ຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນ ສປປ ລາວ, ໂດຍມີມູນຄ່າການລົງທຶນລວມ 409 ລ້ານໂດລາ. ນັບແຕ່ປີ 2021- 2025, ມູນຄ່າການຄ້າສອງຝ່າຍ ລະຫວ່າງ ລາວ ແລະ ສິງ ກະໂປ ມີມູນຄ່າລວມປະມານ 870 ລ້ານໂດລາ. ມາເຖິງປັດຈຸບັນ, ມີພະນັກງານ-ລັດຖະກອນ ຂອງ ສປປ ລາວ ຫຼາຍກວ່າ 17.202 ຄົນ ໄດ້ເຂົ້າຮ່ວມ ແລະ ໄດ້ຮັບຜົນປະ ໂຫຍດຈາກການຝຶກອົບຮົມໄລຍະສັ້ນ ພາຍໃຕ້ໂຄງການຮ່ວມມືສິງກະໂປ ( Singapore Cooperation Programs – SCP ) ແລະ ຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (Initiative for ASEAN Integration – IAI) ນັບຕັ້ງແຕ່ປີ 1992 ເປັນຕົ້ນມາ.ປັດຈຸບັນ, ມີສາຍການບິນໂດຍກົງ ສິງກະໂປ – ລາວ (Scoot Airlines) ຈຳນວນ 3 ຖ້ຽວບິນ/ອາທິດ ແລະ ມີແຜນທີ່ຈະເປີດຖ້ຽວບິນເພີ່ມ ເປັນ 5 ຖ້ຽວບິນ/ອາທິດ.

ຂ່າວ: ກົມການຂ່າວ ກຕທ

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 19 ຕຸລາ 2026 · ຂຶ້ນ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ