MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຍີ່ປຸ່ນກຽມສົ່ງຍານອະວະກາດບໍ່ມີຄົນຂັບ ໄປສຳຫຼວດດວງຈັນຂອງດາວອັງຄານໃນອາທິດນີ້ ເພື່ອເກັບຕົວຢ່າງກັບຄືນສູ່ໂລກ

ຍີ່ປຸ່ນກຽມສົ່ງຍານອະວະກາດບໍ່ມີຄົນຂັບ ໄປສຳຫຼວດດວງຈັນຂອງດາວອັງຄານໃນອາທິດນີ້ ເພື່ອເກັບຕົວຢ່າງກັບຄືນສູ່ໂລກ

Jenjila
ເຜີຍແຜ່: 19 October 2026, 10:47
ປັບປຸງຫຼ້າສຸດ: 19 October 2026, 10:47
ອ່ານ 5 ຄັ້ງ
ຍີ່ປຸ່ນກຽມສົ່ງຍານອະວະກາດບໍ່ມີຄົນຂັບ ໄປສຳຫຼວດດວງຈັນຂອງດາວອັງຄານໃນອາທິດນີ້ ເພື່ອເກັບຕົວຢ່າງກັບຄືນສູ່ໂລກ

(ພາບຈາກ AFP PHOTO / NASA / JPL-CALTECH / UNIVERSITY OF ARIZONA)

ຍີ່ປຸ່ນກຽມສົ່ງຍານອະວະກາດບໍ່ມີຄົນຂັບ ໄປສຳຫຼວດດວງຈັນຂອງດາວອັງຄານໃນອາທິດນີ້ ເພື່ອເກັບຕົວຢ່າງກັບຄືນສູ່ໂລກ ເພື່ອໄຂຂໍ້ສົງໄສຕ່າງໆກ່ຽວກັບອະວະກາດ ລວມທັງການກຳເນີດຂອງດວງຈັນບໍລິວານຂອງດາວເຄາະສີແດງດວງນີ້.

ອົງການສຳຫຼວດອະວະກາດຍີ່ປຸ່ນ (JAXA) ກຽມສົ່ງຍານອະວະກາດບໍ່ມີຄົນຂັບ MMX (Martian Moons eXploration) ເພື່ອເດີນທາງໄປສຳຫຼວດດວງຈັນຂອງດາວອັງຄານ ແລະເກັບຕົວຢ່າງຈາກພື້ນຜິວກັບມາຍັງໂລກ. ນີ້ຖືເປັນພາລະກິດເດີນທາງໄປ-ກັບຈາກລະບົບດາວອັງຄານຄັ້ງທຳອິດຂອງໂລກ.

ຍານ MMX ຈະຖືກສົ່ງຂຶ້ນສູ່ອະວະກາດດ້ວຍຈະຫຼວດ H3 ເຊິ່ງເປັນຈະຫຼວດຮຸ່ນຫຼັກຂອງຍີ່ປຸ່ນ ຈາກສູນອະວະກາດທາເນະງະຊິມະ ໃນເວລາ 04:41 ໂມງ ຂອງວັນອັງຄານທີ 20 ຕຸລາ 2026 ຕາມເວລາທ້ອງຖິ່ນ.

ຕາມແຜນການ ຍານອະວະກາດຈະເດີນທາງໄປຮອດບໍລິເວນໃກ້ດາວອັງຄານໃນຊ່ວງເດືອນສິງຫາປີໜ້າ ແລະຈະເຂົ້າສູ່ວົງໂຄຈອນຂອງ ໂຟບອສ (Phobos) ເຊິ່ງເປັນໜຶ່ງໃນດວງຈັນຂອງດາວອັງຄານ. ຫຼັງຈາກນັ້ນ ຍານຈະລົງຈອດເພື່ອເກັບຕົວຢ່າງຈາກພື້ນຜິວ ໂດຍມີເປົ້າໝາຍເກັບຕົວຢ່າງຢ່າງໜ້ອຍ 10 ກຣາມ ຕະຫຼອດພາລະກິດທີ່ມີໄລຍະເວລາ 3 ປີ.

ກ່ອນທີ່ຍານຫຼັກຈະລົງຈອດ ຈະມີການສົ່ງຫຸ່ນຍົນສຳຫຼວດພື້ນຜິວຊື່ IDEFIX ເຊິ່ງຕັ້ງຊື່ຕາມສຸນັກຂອງຕົວລະຄອນກາຕູນຝຣັ່ງຊື່ດັງ Asterix ລົງໄປສຳຫຼວດພື້ນຜິວກ່ອນ ເພື່ອຊ່ວຍປະເມີນຄວາມປອດໄພສຳລັບການລົງຈອດ.

ນອກຈາກນີ້ ຍານ MMX ຍັງຈະສຳຫຼວດ ດີມອສ (Deimos) ເຊິ່ງເປັນດວງຈັນອີກດວງໜຶ່ງຂອງດາວອັງຄານ ແຕ່ຈະບໍ່ລົງຈອດເທິງດວງຈັນດວງນີ້ ກ່ອນຈະເດີນທາງກັບຄືນສູ່ໂລກ.

JAXA ຫວັງວ່າຕົວຢ່າງທີ່ເກັບມາຈາກໂຟບອສ ຈະຊ່ວຍໄຂຂໍ້ສົງໄສວ່າ ດວງຈັນຂອງດາວອັງຄານເກີດຂຶ້ນຈາກ ການຊົນຂະໜາດໃຫຍ່ ລະຫວ່າງວັດຖຸໃນອະວະກາດກັບດາວອັງຄານ ຫຼືເກີດຈາກການທີ່ດາວອັງຄານໃຊ້ແຮງໂນ້ມຖ່ວງ ດຶງດູດວັດຖຸໃນອະວະກາດເຂົ້າມາ ຈົນກາຍເປັນດວງຈັນບໍລິວານ.

ນັກວິທະຍາສາດລະບຸວ່າ ຕົວຢ່າງເຫຼົ່ານີ້ອາດຊ່ວຍເປີດເຜີຍກົນໄກການຖ່າຍໂອນນ້ຳ ສານທີ່ລະເຫີຍງ່າຍ ແລະສານປະກອບອິນຊີ ຈາກພື້ນທີ່ນອກລະບົບສຸລິຍະເຂົ້າມາສູ່ດາວເຄາະຫີນຊັ້ນໃນ. ຄວາມເຂົ້າໃຈໃນກະບວນການນີ້ຖືເປັນກະແຈສຳຄັນ ໃນການຊ່ວຍອະທິບາຍວ່າ ເປັນຫຍັງໂລກແລະດາວເຄາະອື່ນໆ ຈຶ່ງມີສະພາບແວດລ້ອມທີ່ເໝາະສົມຕໍ່ການມີສິ່ງມີຊີວິດ.

ພາລະກິດນີ້ຍັງຊ່ວຍສຳຫຼວດຄວາມເປັນໄປໄດ້ໃນການໃຊ້ດວງຈັນ ໂຟບອສ (Phobos) ເປັນ “ສະຖານີອະວະກາດທຳມະຊາດ” ເຊິ່ງມີຄວາມສຳຄັນຢ່າງຍິ່ງຕໍ່ການສົ່ງມະນຸດໄປສຳຫຼວດດາວອັງຄານໃນອະນາຄົດ.

ອະນຶ່ງ ພາລະກິດ MMX ເປັນຄວາມຮ່ວມມືລະຫວ່າງ JAXA ກັບອົງການອະວະກາດຂອງຝຣັ່ງ (CNES), ເຢຍລະມັນ (DLR), ສະຫະລັດອາເມລິກາ (NASA), ອົງການອະວະກາດເອີຣົບ (ESA) ລວມທັງມະຫາວິທະຍາໄລ ແລະບໍລິສັດເຕັກໂນໂລຊີອີກປະມານ 20 ແຫ່ງ.

ທັງນີ້ ຍີ່ປຸ່ນເຄີຍປະສົບຜົນສຳເລັດໃນການນຳຕົວຢ່າງຝຸ່ນ ແລະຫີນຈາກດາວເຄາະນ້ອຍກັບຄືນສູ່ໂລກມາແລ້ວ ຜ່ານໂຄງການ Hayabusa-2 ໃນປີ 2020.

ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 19 ຕຸລາ 2026 · ຂຶ້ນ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ